• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນນັກສິລະປະການ ນາຍຊ່າງດີເດັ່ນໃນຂົງເຂດສິລະປະຫັດຖະກຳ

ປະຈຸບັນ ທົ່ວປະເທດ ມີໝູ່ບ້ານອາຊີບຫັດຖະກຳ ແລະໝູ່ບ້ານພື້ນເມືອງປະມານ 2030 ແຫ່ງ, ໃນນັ້ນ ມີນັກສິລະປະການ, ນາຍຊ່າງເກັ່ງກວ່າ 2100 ຄົນ. ປີກາຍນີ້ ວົງເງິນການສົ່ງອອກສະເພາະໝວດຂະແຫນງອາຊີບສິລະປະຫັດຖະກຳບັນລຸກວ່າ 3,3 ຕື້ USD.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຄະນະຜູ້ແທນນັກສິລະປະການ ນາຍຊ່າງດີເດັ່ນໃນຂົງເຂດສິລະປະຫັດຖະກຳ. ພາບ: Thống Nhất/TTXVN

ຕອນບ່າຍວັນທີ 9 ພະຈິກ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບຄະນະຜູ້ແທນ ນັກສິລະປະການປະຊາຊົນ, ນາຍຊ່າງດີເດັ່ນ 100 ຄົນໃນຂົງເຂດສິລະຫະຫັດຖະກຳ ທີ່ເຂົ້າຮ່ວມ Festival ອະນຸລັກຮັກສາ ແລະພັດທະນາອາຊີບໝູ່ບ້ານຫັດຖະກຳ ຫວຽດນາມ ປີ 2023 ຢູ່ ຮ່າໂນ້ຍ.

ທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ສະແດງຄວາມເຄົາລົບຕໍ່ການປະກອບສ່ວນ, ການອຸທິດສ່ວນຂອງບັນດານັກສິລະປະການ, ນາຍຊ່າງດີເດັ່ນ ຊື່ງແມ່ນຜູ້ທີ່ໄດ້ຮັບຖືວ່າແມ່ນແກ່ນສານຂອງໝູ່ບ້ານອາຊີບຫັດຖະກຳ.  ທ່ານປະທານປະເທດ ສະເຫນີວ່າ:

“ສຳລັບສິລະປະຫັດຖະກຳ, ແມ່ນມີສີສັນທີ່ເປັນເອກະລັກສະເພາະ, ລັກສະນະວັດທະນະທຳ, ສິລະປະສູງ ແມ່ນປັດໄຈຕັດສິນຊີ້ຂາດໃຫ້ແກ່ບັນດາຜະລິດຕະພັນທີ່ຄົງຕົວ ແລະພັດທະນາ.     ເຄື່ອງສິລະປະຫັດຖະກຳ ຕ້ອງແມ່ນປະເພດສິນຄ້າທີ່ງາມຕາ, ທົນທານ, ມີຄຸນຄ່າໃນການນຳໃຊ້ສູງ, ມີຄຸນຄ່າໃນການປະດັບປະດາ. ຜະລິດຕະພັນແຕ່ລະຢ່າງແມ່ນເລື່ອງລາວຫນຶ່ງໃນຊີວິດ. ຂ້າພະເຈົ້າຖືວ່າ ນີ້ແມ່ນເປົ້າໝາຍສຳຄັນ ຊື່ງພວກເຮົາຕ້ອງມຸ່ງໄປເຖິງ”

ຕາມການສະຖິຕິ ຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປະຈຸບັນ ທົ່ວປະເທດ ມີໝູ່ບ້ານອາຊີບຫັດຖະກຳ ແລະໝູ່ບ້ານພື້ນເມືອງປະມານ 2030 ແຫ່ງ, ໃນນັ້ນ ມີນັກສິລະປະການ, ນາຍຊ່າງເກັ່ງກວ່າ 2100 ຄົນ. ປີກາຍນີ້ ວົງເງິນການສົ່ງອອກສະເພາະໝວດຂະແຫນງອາຊີບສິລະປະຫັດຖະກຳບັນລຸກວ່າ 3,3 ຕື້ USD.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top