• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 28

      APEC ຕ້ອງເສີມຂະຫຍາຍບົດບາດເປັນກຳລັງໜູນເຕີບໂຕເສດຖະກິດພາກພື້ນ ແລະ ທົ່ວໂລກ.
(ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ)
      ຕອນຄ່ຳວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 28 ແບບທາງໄກ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງການນຳເສດຖະກິດ, ຜູ້ຕາງໜ້າ 21 ພື້ນຖານເສດຖະກິດສະມາຊິກ APEC.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງບາງຈຸດສຸມເຊິ່ງ APEC ຄວນປະຕິບັດ. ຕາມນັ້ນແລ້ວ, ການຄວບຄຸມ ແລະ ຕ້ານໂລກລະບາດແມ່ນເງື່ອນໄຂຕັດສິນຊີ້ຂາດ, ບັງຄັບ. APEC ຕ້ອງເສີມຂະຫຍາຍບົດບາດເປັນກຳລັງໜູນເຕີບໂຕເສດຖະກິດພາກພື້ນ ແລະ ທົ່ວໂລກ. ພ້ອມກັນນັ້ນ, APEC ຕ້ອງນຳໜ້າໃນການສ້າງແບບຢ່າງຢູ່ພາກພື້ນ ອາຊີ - ປາຊີຟິກ ໃຫ້ມີການເຕີບໂຕຂຽວ ແລະ ກວມລວມ ເພື່ອປະຕິບັດວິໄສທັດ Putrajaya 2040.
        “ຂ້າພະເຈົ້າສະໜີໃຫ້ APEC ເປີດກວ້າງການຮ່ວມມືນຳໃຊ້ຮູບແບບເສດຖະກິດໝູນວຽນ, ພັດທະນາພື້ນຖານໂຄງລ່າງແບບຍືນຍົງ, ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ແຫຼ່ງນ້ຳ, ທັນຍາຫານ ແລະ ຄວບຄຸມໄພທຳມະຊາດ. APEC ຄວນຜັນຂະຫຍາຍທິດທາງ Serena ກ່ຽວກັບແມ່ຍິງ ແລະ ການເຕີບໂຕກວມລວມຢ່າງໄວ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາກຸ່ມເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນ, ຄືບັນດາກຸ່ມຊົນເຜົ່າສ່ວຍໜ້ອຍ, ວົງຄະນະຍາດທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ. ຫວຽດນາມ ເຫັນດີຮັບຮອງເອົາແຜນການກະທຳ Aotearoa ດ້ວຍບັນດາເປົ້າໝາຍຈະແຈ້ງ ແລະ ມີການເຄື່ອນໄຫວຜັນຂະຫຍາຍຢ່າງລະອຽດ”.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top