• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ

      ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ສະມາຄົມນັກທຸລະກິດນັກຮົບເກົ່າຍາມໃດກໍ່ເສີມຂະຫຍາຍ ຄຸນທາດຂອງທະຫານລຸງໂຮ່, ບໍ່ພຽງແຕ່ເປັນວິລະຊົນ ຕໍ່ສູ້ຢູ່ສະໜາມຮົບ ເທົ່ານັ້ນ ຫາກຍັງແມ່ນວິລະຊົນຢູ່ແນວຮົບເສດຖະກິດ, ວິລະຊົນ ຢູ່ແນວຮົບສັງຄົມ ອີກດ້ວຍ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ (ພາບ: TTXVN)
      ຕອນບ່າຍວັນທີ 14 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ  ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າດີເດັ່ນ 45 ທ່ານ ໂດຍຕາງໜ້າໃຫ້ນັກທຸລະກິດຂອງ ສະມາຄົມນັກທຸລະກິດນັກຮົບເກົ່າໃນທົ່ວປະເທດ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ສະມາຄົມນັກທຸລະກິດນັກຮົບເກົ່າຍາມໃດກໍ່ເສີມຂະຫຍາຍ ຄຸນທາດຂອງທະຫານລຸງໂຮ່, ບໍ່ພຽງແຕ່ເປັນວິລະຊົນ ຕໍ່ສູ້ຢູ່ສະໜາມຮົບ ເທົ່ານັ້ນ ຫາກຍັງແມ່ນວິລະຊົນຢູ່ແນວຮົບເສດຖະກິດ, ວິລະຊົນ ຢູ່ແນວຮົບສັງຄົມ ອີກດ້ວຍ. ທ່ານປະທານປະເທດຊີ້ແຈ້ງວ່າ:
      ຂ້າພະເຈົ້າສະເໜີໃຫ້ສະມາຄົມ ແລະ ສະມາຊິກໃນສະມາຄົມສືບຕໍ່ເສີມຂະຫຍາຍມູນເຊື້ອ ກ່ຽວກັບຜົນງານທີ່ເອກອ້າງທະນົງໃຈ ເຊິ່ງພວກເຮົາບັນລຸໄດ້ໃນໄລຍະທີ່ຜ່ານມາ. ຂ້າພະເຈົ້າຫວັງວ່າ ນັບມື້ນັບຈະມີນັກທຸລະກິດເປັນນັກຮົບເກົ່າຫຼາຍຄົນປະສົບຜົນສຳເລັດຕື່ມອີກ, ສືບຕໍ່ເປັນກຳລັງແຜ່ຂະຫຍາຍຄຸນທາດອັນດີງາມ ຂອງ ນັກທຸລະກິດນັກຮົບເກົ່າ, ຂອງທະຫານລຸງໂຮ່ ໃນແນວຮົບດ້ານເສດຖະກິດ - ສັງຄົມ; ປຸກລຸກ ແລະ ປະກອບສ່ວນຄວາມເຊື່ອໝັ້ນ, ຄວາມຄາດຫວັງ, ເຈດຈຳນົງບືນຕົວຂຶ້ນ ເພື່ອເປັນກຳລັງໃຈໃຫ້ກຳລັງສັງຄົມຕ່າງໆ, ພາກສ່ວນເສດຖະກິດ ປະກອບສ່ວນສ້າງສາປະເທດຊາດ, ໂດຍສະເພາະແມ່ນ ໃນສະພາບຫຼັງໂລກລະບາດໂຄວິດ - 19, ຟື້ນຟູເສດຖະກິດ.
(ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top