• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນຢູ່ເຂດ ອະນຸສອນສະຖານ ທ່ານນາຍົກລັດະຖະມົນຕີ ຟ້າມວັນດົ່ງທີ່ແຂວງກ໋ວາງຫງາຍ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກປະຕິວັດທີ່ອົງອາດກ້າຫານ ຂອງພັກກອມມູນິດ ຫວຽດນາມ, ນັກການທູດທີ່ມີຄວາມສາມາດ, ນັກຮຽນທີ່ດີເດັ່ນ, ຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງປະທານໂຮ່ຈີມິນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ (ພາບ: TTXVN)

ໂດຍສືບຕໍ່ການປະຕິບັດງານຍາມຕົ້ນລະດູບານໃໝ່ປີຂານຢູ່ບັນດາແຂວງພາກກາງ, ຕ້ອນເຊົ້າວັນທີ 16 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ຢູ່ເຂດອະນຸສອນສະຖານ ນາຍົກລັດຖະມົນຕີ ຟ້າມວັນດົ່ງທີ່ແຂວງກ໋ວາງຫງາຍ.

ເມື່ອຂຽນບັນທຶກໃນປຶ້ມອາໄລຫາຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຕໍ່ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ, ນັກວັດທະນະທຳທີ່ຍິ່ງໃຫຍ່, ການນຳທີ່ປີຊາສາມາດຂອງ ພັກ ແລະ ລັດ. ທ່ານປະທານປະເທດ ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກປະຕິວັດທີ່ອົງອາດກ້າຫານ ຂອງພັກກອມມູນິດ ຫວຽດນາມ, ນັກການທູດທີ່ມີຄວາມສາມາດ, ນັກຮຽນທີ່ດີເດັ່ນ, ຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງປະທານໂຮ່ຈີມິນ, ທ່ານໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະເທດຊາດເພື່ອປະຊາຊົນ, ສູ້ຊົນໃຫ້ແກ່ເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ.

ແລະໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ ແລະ ໂອ້ລົມກັບກຳມະກອນ, ຜູ້ອອກແຮງງານບໍລິສັດຫຸ້ນສ່ວນກັນນ້ຳມັນ ບິ່ງເຊີນ (BSR) ຂຶ້ນກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top