• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມມານະພະຍາມຂອງກອງທັບໃນການຊ່ວຍປະຊາຊົນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກຳລັງກອງທັບ ຍາມໃດກໍ່ຮັກສາລະບົບກຽມພ້ອມການສູ້ຮົບຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຕາມມາ ຈາກໄພທຳມະຊາດ, ການຊອກຫາ, ກູ້ເອົາກູ້ຊີບ. 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)
      ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມການທະຫານ ແລະ ການເມືອງທົ່ວປະເທດປີ 2021. ກອງປະຊຸມໄດ້ດຳເນີນຕາມຮູບແບບທາງໄກ ຢູ່ ສະຖານທີ່ເຊື່ອມຕໍ່ 141 ແຫ່ງໃນທົ່ວກອງທັບ.
      ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກຳລັງກອງທັບ ຍາມໃດກໍ່ຮັກສາລະບົບກຽມພ້ອມການສູ້ຮົບຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຕາມມາ ຈາກໄພທຳມະຊາດ, ການຊອກຫາ, ກູ້ເອົາກູ້ຊີບ. ພິເສດ, ກອງປະຊຸມການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຕີລາຄາສູງບົດບາດນຳພາຂອງກອງທັບໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຢູ່ບັນດາແຂວງທາງພາກໃຕ້ ແລະ ນະຄອນໂຮ່ຈີມິນ. ຮູບພາບກອງທັບຊ່ວຍເຫຼືອປະຊາຊົນຕ້ານໂລກລະບາດໄດ້ຈາລຶກຢູ່ໃນໃຈຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.

Top