• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເປັນປະທານວາລະປະຊຸມປະກອບຄຳເຫັນໃສ່ແຜນຮ່າງບາງສະບັບກ່ຽວກັບການປະຕິຮູບຕຸລາການ

ນີ້ແມ່ນ 2 ແຜນຮ່າງມີເນື້ອໃນສຳຄັນທີ່ສຸດກ່ຽວກັບການປະຕິຮູບດ້ານຕຸລາການ, ປະກອບສ່ວນຍົກສູງປະສິດທິຜົນຂອງຂະແໜງສານ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)  

ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳກ່ຽວກັບການປະຕິຮູບດ້ານຕຸລາການສູນກາງ, ເປັນປະທານວາລະປະຊຸມເທື່ອທີ 2 ຄະນະຊີ້ນຳ ເພື່ອປະກອບຄຳເຫັນໃສ່ແຜນຮ່າງ “ສ້າງສານເອເລັກໂຕນິກຢູ່ ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງໃນການປະຕິຮູບດ້ານຕຸລາການຮອດປີ 2030, ກຳນົດທິດຮອດປີ 2045” ແລະ ແຜນຮ່າງ “ສ້າງກົດໝາຍວ່າດ້ວຍຕຸລາການຕໍ່ຜູ້ມີອາຍຸບໍ່ເຕັມກະສຽນ”. ນີ້ແມ່ນ 2 ແຜນຮ່າງມີເນື້ອໃນສຳຄັນທີ່ສຸດກ່ຽວກັບການປະຕິຮູບດ້ານຕຸລາການ, ປະກອບສ່ວນຍົກສູງປະສິດທິຜົນຂອງຂະແໜງສານ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ເລື່ອງສ້າງສານເອເລັກໂຕນິກແມ່ນຄວາມກ້າວໜ້າຢ່າງໃຫຍ່ຫຼວງ ແລະ ສອດຄ່ອງກັບການປ່ຽນແປງຂອງສັງຄົມ ແລະ ທ່າອ່ຽງຂອງໂລກ. ເຖິງຢ່າງໃດກໍ່ຕາມ, ແຜນຮ່າງຕ້ອງຊີ້ແຈ້ງຂອບເຂດຄະດີທີ່ນຳມາພິພາກສາໂດຍກົງ ແລະ ແບບທາງໄກ.

ສຳລັບແຜນຮ່າງ “ສ້າງກົດໝາຍວ່າດ້ວຍຕຸລາການຕໍ່ຜູ້ມີອາຍຸບໍ່ເຕັມກະສຽນ”, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ປະຈຸບັນ ມີ 9 ປະເທດໃນ ອາຊຽນ ໄດ້ປະກາດໃຊ້ ແລະ ປະຕິບັດກົດໝາຍວ່າດ້ວຍຕຸລາການຕໍ່ຜູ້ມີອາຍຸບໍ່ເຕັມກະສຽນ. ສະນັ້ນ, ຫວຽດນາມ ຕ້ອງສ້າງຮ່າງກົດໝາຍດັ່ງກ່າວເພື່ອເພີ່ມທະວີການປົກປ້ອງສິດທິເດັກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top