• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ

      ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພວມຢ້ຽມຢາມແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 3 ຕຸລາ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຢືນຢັນ: ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນພາລະກິດປ່ຽນແປງໃຫມ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ.

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ
      ທ່ານປະທານປະເທດ ສະເຫນີ ສອງຝ່າຍຜັນຂະຫຍາຍແຜນການຮ່ວມມືປະຈຳປີ ກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສົມທົບກັນສ້າງແຜນຮ່າງກ່ຽວກັບການວາງແຜນກຳນົດ ແລະ ພັດທະນາລະບົບດ່ານຊາຍແດນ ຫວຽດນາມ - ລາວ ໄລຍະ 2016-2025, ວິໄສທັດຮອດປີ 2035. ທ່ານປະທານປະເທດ ປາດຖະຫນາ ສອງຝ່າຍແຈ້ງຂໍມູນຂ່າວຢ່າງທັນການ, ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສສາກົນ, ພາກພື້ນ ກໍຄືບັນດາກົນໄກອະນຸພາກພື້ນ, ເຮັດໃຫ້ວິວັດການຮ່ວມມື, ຮ່ວມສຳພັນຂອງປະຊາຄົມ ອາຊຽນ, ເພີ່ມທະວີຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນໃຫ້ເລິກເຊິ່ງກວ່າອີກ ແລະ ຮັກສາທັດສະນະລວມຂອງອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ. ເນື່ອງໃນໂອກາດນີ້ ຜ່ານທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສົ່ງຄຳເຊື້ອເຊີນ ທ່ານປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ມາເຂົ້າຮ່ວມກອງປະຊຸມສຸດຍອດ APEC ດຳເນີນໃນເດືອນພະຈິກຈະມາເຖິງຢູ່ ນະຄອນ ດາຫນັງ.
      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC ປີ 2017 ແລະ ມີຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນໃນການຈັດຕັ້ງຫລາຍເຫດການສາກົນສຳຄັນ, ຫວຽດນາມຈະຈັດຕັ້ງເຫດການນີ້ສຳເລັດຜົນ. 
 
 
       (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top