• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊວນຟຸກ: ສືບຕໍ່ປຸກລະດົມຂະບວນການແຂ່ງຂັນອອກແຮງງານປະດິດຄິດສ້າງໃນຂະແຫນງນ້ຳມັນອາຍແກສ

ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ມີການພົບປະສ້າງສັນກັບແຮງງານນ້ຳມັນອາຍແກສທີ່ດີເດັ່ນໃນຂະບວນການແຂ່ງຂັນອອກແຮງງານເກັ່ງ, ມີຫົວຄິດປະດິດສ້າງໄລຍະ 2017- 2022.
  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທີ່ການພົບປະກັບພະນັກງານດີເດັ່ນຂະແຫນງນ້ຳມັນອາຍແກສ.(ພາບ:VOV)  

 ທ່ານປະທານປະເທດຖືວ່າ: ພະນັກງານ, ກຳມະກອນນ້ຳມັນອາຍແກສ ທີ່ດີເດັ່ນ 70 ຄົນໃນຂະບວນການແຂ່ງຂັນ “ອອກແຮງງານເກັ່ງ -ມີຫົວຄິດປະດິດຄິດສ້າງໃນການອອກແຮງງານ”ແມ່ນໝາກຜົນທີ່ມີລັກສະນະເປັນຂີດໝາຍຂອງວິວັດການລົງທຶນ, ບຳລຸງສ້າງ, ພັດທະນາຖັນແຖວພະນັກງານ, ກຳມະກອນ, ຄົນງານນ້ຳມັນອາຍແກສທີ່ມີຄຸນນະພາບສູງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ໃຫມ່. ທ່ານປະທານປະເທດຕີລາຄາສູງ ກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ ເສີມຂະຫຍາຍກຳລັງແຮງປະດິດຄິດສ້າງຂອງກຳມະກອນຜູ້ອອກແຮງງານເພື່ອໃຫ້ມີ 2.800 ຜະລິດຕະພັນ, ຂໍ້ລິເລີ່ມ,ມາດຕະການໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດຈຳນວນເງິນກວ່າ 500 ລ້ານ USD. ທ່ານປະທານປະເທດ ຫງວຽນຊວນຟຸກເນັ້ນຫນັກວ່າ:

“ສືບຕໍ່ປຸກລະດົມຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງ,ແທດຈິງແລະມີປະສິດທິຜົນ,ເຮັດແນວໃດສ້າງກຳລັງຫນູນໃຫມ່ໃນການອອກແຮງງານ, ຄົ້ນຄ້ວາວິທະຍາສາດ, ດັດປັບເຕັກນິກ, ສ້າງສະພາບແວດລ້ອມສະດວກເພື່ອພັດທະນາຄວາມເກັ່ງກ້າສາມາດຂອງຂະແຫນງນ້ຳມັນອາຍແກສ. ພະນັກງານ ລັດຖະກອນກຳມະກອນແຕ່ລະຄົນຕ້ອງມີຄວາມຄາດຫວັງໃນການພັດທະນາວິສາຫະກິດຕົນ ພ້ອມກັນມານະພະຍາຍາມອຸທິດສ່ວນດ້ວຍວຽກງານທີ່ລະອຽດ”.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top