• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຕ້ອນຮັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ

ນາງລັດຖະມົນຕີ Penny Wong ຢັ້ງຢືນວ່າ: ອົດສະຕາລີ ຖືເປັນສຳຄັນທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນພາກພື້ນ, ພ້ອມທັງສະແດງຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.

ນາງລັດຖະມົນຕີ Penny Wong ຢັ້ງຢືນວ່າ: ອົດສະຕາລີ ຖືເປັນສຳຄັນທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນພາກພື້ນ, ພ້ອມທັງສະແດງຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Penny Wong

ຕອນບ່າຍວັນທີ 27 ມິຖຸນາ, ທີ່ການຕ້ອນຮັບທ່ານນາງ Penny Wong, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ພວມເຄື່ອນໄຫວຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ທ່ານນາງລັດຖະມົນຕີ Penny Wong ຢັ້ງຢືນວ່າ: ອົດສະຕາລີ ຖືເປັນສຳຄັນທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນພາກພື້ນ, ພ້ອມທັງສະແດງຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ. ທ່ານນາງລັດຖະມົນຕີ ຢັ້ງຢືນວ່າ: ບົນພື້ນຖານໝາກຜົນຂອງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ນັ້ນ ຈະສົມທົບແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ເມື່ອແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ທ່ານນາງລັດຖະມົນຕີການຕ່າງປະເທດ Penny Wong ຢັ້ງຢືນວ່າ: ອົດສະຕາລີ ຖືເປັນສຳຄັນບົດບາດໃຈກາງຂອງ ອາຊຽນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອົດສະຕາລີ - ອາຊຽນ; ເປັນເອກະພາບກ່ຽວກັບເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ກໍ່ຄືຮັບປະກັນການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top