• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຈີນສີຈີ້ນຜິງຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດ APEC ຄັ້ງທີ 25 ຢູ່ດ່ານັ້ງ, ໃນລະຫວ່າງວັນທີ 10 – 13 ພະຈິກ.

ທ່ານ ທາງກົ໋ວແຈງ, ປະທານສະພາຮ່ວມມືເສດຖະກິດປາຊີຟິກ
(ພາບປະກອບ)
      ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳສູງສຸດຈີນ ກັບການຮັກສາທ່າພັດທະນາ, ການຮ່ວມມືໃນ APEC ກໍ່ຄືຄວາມສະໜິດຕິດພັນຂອງການນຳ APEC ສຳລັບບັນດາວິສາຫະກິດ. ຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານ ທາງກົ໋ວແຈງ, ປະທານສະພາຮ່ວມມືເສດຖະກິດປາຊີຟິກ, ຢືນຢັນວ່າ.
        “ໃນຂົງເຂດເສດຖະກິດ, 2 ຝ່າຍໄດ້ມີການພົວພັນຢ່າງສະໜິດແໜ້ນ. ປະຈຸບັນ, ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບໜຶ່ງຂອງຫວຽດນາມ, ມີຈຳນວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ຫວຽດນາມ ຫຼາຍທີ່ສຸດ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງຈີນ ໃນອາຊຽນ. ນອກນັ້ນ, ການແລກປ່ຽນການຄ້າຊາຍແດນລະຫວ່າງ 2 ຝ່າຍກໍ່ຟົດຟື້ນທີ່ສຸດ. ຂ້າພະເຈົ້າຖືວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານປະເທດຈີນ ສີຈີ້ນຜິງ ຄັ້ງນີ້ ຈະຊ່ວຍໃຫ້ 2 ປະເທດຊຸກຍູ້ດ້ານການຄ້າກວ່າອີກ”.
        ນັບແຕ່ວັນທີ 03 ພະຈິກເປັນຕົ້ນມາ, ສື່ມວນຊົນຈີນ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 25 ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນຕຸລາ ໂດຍມີການເຊື່ອມຕໍ່ແບບທາງໄກກັບບັນດາທ້ອງຖິ່ນ.

Top