• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ຫງວຽນ​ຊວັນ​ຟຸກ​ເຮັດ​ວຽກ​ກັບສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ

ພິເສດ, ອົງການກຳມະບານ ຫວຽດນາມຕ້ອງສົມທົບກັບກະຊວງແຮງງານ - ທະຫານຜູ້ເສຍອົງຄະ ແລະ ສັງຄົມເປັນຢ່າງດີເພື່ອສາມາດແກ້ໄຂຫຼາຍບັນຫາທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານ, ເປັນຕົ້ນແມ່ນບັນດາຂໍ້ຄົງຄ້າງທາງດ້ານລະບອບນະໂຍບາຍ, ແກ້ໄຂບັນຫາເຄັ່ງຮ້ອນຂອງຜູ້ອອກແຮງງານ… 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: laodong.vn

ຕອນເຊົ້າວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບ ສະຫະພັນໃຫຍ່ແຮງງານຫວຽດນາມໂດຍມີການເຂົ້າຮ່ວມຂອງການນໍາບັນດາກະຊວງ, ຂະແໜງການ, ຕີລາຄາໝາກຜົນຂອງການປະຕິບັດລະບຽບການສົບທົບ ວຽກງານລະຫວ່າງລັດຖະບານ ແລະ ສະຫະພັນໃຫຍ່ແຮງງານຫວຽດນາມໃນປີ 2018, ບັນດາໜ້າທີ່ສົມທົບຈຸດສຸມໃນປີ 2019, 2020. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ໄລຍະໃນປັດຈຸບັນ, ບັນດາວິສາຫະກິດ ຫວຽດນາມຕ້ອງແກ່ງແຍ້ງກັບບັນດາວິສາຫະກິດຕ່າງປະເທດຢ່າງແຮງ, ດັ່ງນັ້ນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານແມ່ນຈຳເປັນທີ່ສຸດ, ຊ່ວຍຍົກສູງລາຍຮັບ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ, ໃນນັ້ນມີບັນດາລະບອບໃຫ້ກໍາມະກອນ ແລະ ເຮືອນຢູ່ໃຫ້ແກ່ກໍາມະບານ.

ພິເສດ, ອົງການກຳມະບານ ຫວຽດນາມຕ້ອງສົມທົບກັບກະຊວງແຮງງານ - ທະຫານຜູ້ເສຍອົງຄະ ແລະ ສັງຄົມເປັນຢ່າງດີເພື່ອສາມາດແກ້ໄຂຫຼາຍບັນຫາທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານ, ເປັນຕົ້ນແມ່ນບັນດາຂໍ້ຄົງຄ້າງທາງດ້ານລະບອບນະໂຍບາຍ, ແກ້ໄຂບັນຫາເຄັ່ງຮ້ອນຂອງຜູ້ອອກແຮງງານ… ກຳມະບານກໍ່ຕ້ອງສືບຕໍ່ເຂົ້າຮ່ວມໃນການກໍ່ສ້າງລະບອບລະບຽບການໃຫ້ມີປະສິດທິຜົນ, ຍົກສູງຄຸນນະພາບຂໍ້ຕົກລົງແຮງງານລວມໝູ່, ເພີ່ມທະວີການໂອ້ລົມສົນທະນາ, ເບິ່ງແຍງດູແລເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ອອກແຮງງານ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top