• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທາ​ນ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ບູ​ລະ​ນະ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ - ໂຄວິດ - 19

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການແຜ່ລະບາດໂຄວິດ - 19 ຮອບທີ 4 ໄດ້ເກີດຂຶ້ນໃນເວລາ 4 ເດືອນແລ້ວ ແລະ ຍັງມີການຜັນແປຢ່າງສັບສົນ, ບັນດາສະມາຊິກຄະນະຊີ້ນຳ ຕ້ອງເຂົ້າຮ່ວມວຽກງານຢ່າງທັນການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 

ຕອນບ່າຍວັນທີ 25 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງສະບັບອອກໃນວັນທີ 25 ສິງຫາ 2021 ກ່ຽວກັບການບູລະນະຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ຄະນະຊີ້ນຳ). ຕາມຂໍ້ຕົກລົງແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນຫົວໜ້າຄະນະຊີ້ນຳ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການແຜ່ລະບາດໂຄວິດ - 19 ຮອບທີ 4 ໄດ້ເກີດຂຶ້ນໃນເວລາ 4 ເດືອນແລ້ວ ແລະ ຍັງມີການຜັນແປຢ່າງສັບສົນ, ບັນດາສະມາຊິກຄະນະຊີ້ນຳ ຕ້ອງເຂົ້າຮ່ວມວຽກງານຢ່າງທັນການ. ໃນນັ້ນ ຜັນຂະຫຍາຍບັນດາໜ້າທີ່, ວິທີການກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນໝົດທຸກຄົນໃຫ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນກິນອີ່ມ, ນຸ່ງອຸ່ນ, ປະຊາຊົນໝົດທຸກຄົນ ໄດ້ສຳຜັດການແພດຢູ່ທຸກແຫ່ງ ໃນທຸກເວລາຢ່າງໄວວາທີ່ສຸດ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່, ຮັບປະກັນຄວາມປອດໄພໃຫ້ແກ່ທັງພົນລະເມືອງຕ່າງປະເທດອາໄສຢູ່ ຫວຽດນາມ, ສືບຕໍ່ຍູ້ແຮງການວິໄຈຫາເຊື້ອ, ສັກວັກຊິນ ແລະ ນຳໃຊ້ຢາປິ່ນປົວໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top