• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ ​ລັດ​ຖະ​ບານ​ປະ​ຈຳ​ການ

ຕອນເຊົ້າວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນສິງຫາ ແລະ 8 ເດືອນຕົ້ນປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງສະພາບການເສດຖະກິດ - ສັງຄົມ 8 ເດືອນດີກ່ວາເມື່ອທຽບກັບໄລຍະດຽວກັນຂອງປີ 2024 ໃນທຸກຂົງເຂດເກືອບທັງໝົດ, ພົ້ນເດັ່ນແມ່ນເສດຖະກິດມະຫາພາກ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ບັນດາຄວາມດູ່ນດ່ຽງໃຫຍ່ໄດ້ຮັບປະກັນ.

ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຕ້ອງວິເຄາະຕໍ່ໜ້າກຳລັງດັ່ນໂດຍໄພເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ດອດເບ້ຍພວມເພີ່ມຂຶ້ນ, ຄ່າໃຊ້ຈ່າຍພາຍໃນປະເທດ, ການສົ່ງອອກ, ການລົງທຶນພາກລັດ ມີທ່າອ່ຽງຊ້າລົງ, ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຫັນເປັນດີຈີຕອນ…

ຊີ້ແຈ້ງວ່າ ການເຕີບໂຕຂອງ ຫວຽດນາມຕ້ອງບັນລຸລະດັບແຕ່ 8,3 – 8,5%ໃນປີນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີເນັ້ນໜັກວ່າການສືບຕໍ່ເຮັດໃໝ່ບັນດາແຫຼ່ງກຳລັງເຕີບໂຕທີ່ເປັນມູນເຊື້ອ, ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ເພື່ອຮັບປະກັນການພັດທະນາຢ່າງຄົບຊຸດ, ຮອບດ້ານ. ບັນດາຂົງເຂດ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຕ້ອງມີການເຕີບໂຕ ທົ່ວປະເທດຈຶ່ງມີການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການແກ້ໄຂບັນດາປະກົດການຫຍໍ້ທໍ້, ການກະທຳຄອບງຳຕະຫຼາດ, ການຄ້າເຖື່ອນ, ສິນຄ້າປ້ອມ… ຢ່າງທັນການ ແລະ ເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top