• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ຕາມທ່ານແລ້ວ, 2 ຝ່າຍຕ້ອງຮ່ວມມືກັນສ້າງບັນດາລະບົບສະໜອງທີ່ມີສະຖຽນລະພາບ, ມີໄຫວພິບ ແລະ ມີຄວາມສາມາດຕ້ານທານສູງຕໍ່ບັນດາການຜັນແປຢູ່ພາຍນອກ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວຄຳ​ເຫັນທີ່ເວທີປາໄສ (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 17 ມິ​ຖຸ​ນາ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ, ຢ​ູ່​ນະ​ຄອນ Kazan, ສ. Tatarstan, ສະ​ຫ​ະ​ພັນ ລັດ​ເຊຍ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ - ລັດ​ເຊຍ ດ້ວ​ຍ​ຫົວ​ຂໍ້ “ການ​ພົວ​ພັນ​ຄູ່​ຮ່ວມ​ມືບໍ່​ມີ​ພົມ​ແດນ”.

ໃນ​ບົດ​ກ່າວ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້​ແບ່ງ​ປັນ 3 ການກຳ​ນົດ​ທິດ​ການ​ຮ່ວມ​ມື​ຈຸດ​ສຸມ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ຕາມ​ທ່ານ​ແລ້ວ, 2 ຝ່າຍ​ຕ້ອງ​ຮ່ວມ​ມືກັນ​ສ້າງ​ບັນ​ດາ​ລະ​ບົບ​ສະ​ໜອງ​ທີ່ມີ​ສະ​ຖຽນ​ລະ​ພາບ, ມີ​ໄຫວ​ພິບ ແລະ ມີ​ຄວາມ​ສາ​ມາດ​ຕ້ານ​ທານ​ສູງ​ຕໍ່​​ບັນ​ດາ​ການ​ຜັນ​ແປ​ຢູ່​ພາຍນອກ; ພ້ອມ​ກັນ​ນັ້ນ, ກໍ່ພັດ​ທະ​ນາ​ບັນ​ດາ​ເສັ້ນ​ທາງ​ຂົ​ນ​ສົ່ງ​ເຊື່ອມ​ຕໍ່​ເຂດ​ຕາ​ເວັນ​ອອກ​ໄກ ​ລັດ​ເຊຍ ກັບ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເນັ້ນ​ໜັກ​ວ່າ ຕ້ອງ​ນຳ​ພະ​ລັງ​ງານ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ໃນ​ໂຄງ​ການ​ຮ່ວ​ມ​ມື​ປ່ຽນ​ແປງ​ໃໝ່ຂອງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ ອາ​ຊຽນ ແລະ ລັດ​ເຊຍ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ​່ວມ​ມື​ປ່ຽນ​ແປງ​ໃໝ່, ໜູນ​ຊ່ວຍວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ ແລະ ວິ​ສາ​ຫະ​ກິດ​ໜຸ່ມ, ສ້າງ​ລະ​ບົບ​ຊີ​ວະ​ພາບ​ນະ​ວັດ​ຕະ​ກຳ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ເຊື່ອມ​ຕໍ່​ປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ 2 ຝ່າຍ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວທີ່ຈະ​ສວມ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ອາ​ຊຽນ ກັບ EAEU ເວົ້າ​ລວມ ແລະ ສະ​ຫະ​ພັນ ລັດ​ເຊຍ ເວົ້າ​ສະ​ເພາະ​.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top