ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາໂຄງການເຮືອນຢູ່ໃຫ້ເຊົ່າ ແລະ ເສັ້ນທາງລົດໄຟເຂດຕົວເມືອງ
ຕອນເຊົ້າວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ 3 ໂຄງການກໍ່ສ້າງເຮືອນຢູ່ໃຫ້ເຊົ່າ ແລະ 5 ໂຄງການກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງ ຮ່າໂນ້ຍ. ນີ້ແມ່ນເຫດການມີຄວາມໝາຍສຳຄັນພິເສດ ເພື່ອພັດທະນາລະບົບຄົມມະນາຄົມສາທາລະນະ ແລະ ພັດທະນາເຮືອນຢູ່ໃຫ້ເຊົ່າ ເພື່ອຮັບປະກັນຊີວິດສັງຄົມ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນນະຄອນຫຼວງ. ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີ.
5 ໂຄງການເສັ້ນທາງລົດໄຟເຂດຕົວເມືອງທີ້ເລີ່ມລົງມືກໍ່ສ້າງ, ໃນນັ້ນມີ: ເສັ້ນທາງລົດໄຟເລກ 1 (ສະໜາມກິລາ ຮຸ່ງເວືອງ - ສະໜາມບິນ ໂນ້ຍບາຍ): ນີ້ແມ່ນແນວເສດຖະກິດຫຼັກ ເໜືອ - ໃຕ້, ເຊື່ອມຕໍ່ໂດຍກົງບັນດາເສັ້ນທາງຄົມມະນາຄົມແຫ່ງຊາດ (ເສັ້ນທາງລົດໄຟຄວາມໄວສູງ) ແລະ ສາກົນ (ສະໜາມບິນ ໂນ້ຍບ່າຍ). ເສັ້ນທາງລົດໄຟທີ 2 (ສະໜາມບິນ ໂນ້ຍບາຍ - ສະໜາມກິລາ ຮຸ່ງເວືອງ): ສວມບົດບາດແມ່ນປະຕູການເຈລະຈາ, ແມ່ນສັນຍາລັກ, ເຊື່ອມຕໍ່ບັນດາທ່າອາກາດສະຍານສາກົນ ໂນ້ຍບ່າຍ ກັບເຂດໃຈກາງດ້ານເສດຖະກິດ - ວັດທະນະທຳຢູ່ເຂດໃຈກາງ, ຮັບໃຊ້ຄວາມຕ້ອງການແລກປ່ຽນການຄ້າສາກົນ. ເສັ້ນທາງລົດໄຟເລກ 8 (ຮ່ວາລາກ - ເຢືອງຊ໊າ): ນີ້ແມ່ນແນວທິດ ຕາເວັນອອກ - ຕາເວັນຕົກ ຍຸດທະສາດ, ເຊື່ອມຕໍ່ກັບເຂດອຸດສາຫະກຳ ຮກວ່າລາກ ກັບບັນດາສູນຜິລິດ ແລະ logistics ຢູ່ທາງທິດຕາເວັນອອກ…
3 ໂຄງການເຮືອນຢູ່ໃຫ້ເຊົ່າຢູ່ ຫວຽດຮືງ, ລອງບຽນ ແລະ ຟາບເວີນ - ຕືຫຽບ, ແມ່ນບັນດາໂຄງການນຳໜ້າໃນໂຄງການພັດທະນາເຮືອນຢູ່ໃຫ້ເຊົ່າຂອງ ຮ່າໂນ້ຍ.ນີ້ແມ່ນບາດກ້າວເດີນທຳອິດມຸ່ງໄປເຖິງການສ້າງຕະຫຼາດເຮືອນຢູ່ໃຫ້ເຊົ່າທີ່ມີຂອບຂະໜາດໃຫຍ່, ສ້າງຮູບແບບພັດທະນາຕົວເມືອງແບບຍືນຍົງ ຕາມທ່າອ່ຽງຂອງຫຼາຍນະຄອນໃຫຍ່ໃນໂລກ. ທ່ານ ຫວູດ້າຍທັ້ງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເປົ້າໝາຍຂອງນະຄອນ ຮ່າໂນ້ຍແມ່ນສ້າງຕະຫຼາດເຮືອນຢູ່ໃຫ້ເຊົ່າທີ່ເປັນມືອາຊີບ, ມີຄຸນນະພາບສູງ, ລາຄາເໝາະສົມເທື່ອລະກ້າວ, ພ້ອມທັງປະກອບສ່ວນຫຼຸດຜ່ອນກຳລັງດັນກຳມະສິດເຮືອນຢູ່ ດ້ວຍທຸກວິທີ, ສ້າງຕະຫຼາດອະສັງຫາລິມະຊັບພັດທະນາຢ່າງປອດໃສ, ຍືນຍົງ ແລະ ເໝາສົມກັບທ່າອ່ຽງພັດທະນາສາກົນ. ໃນອະນາຄົດ, ບັນດາເຂດເຮືອນຢູ່ໃຫ້ເຊົ່າຈະໄດ້ຮັບການວາງແຜນກຳນົດຢ່າງຄົບຊຸດ ດ້ວຍບັນດາເສັ້ນທາງລົດໄຟໃນຕົວເມືອງ, ບັນດາສູນວຽກເຮັດງານທຳ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການສາທາລະນະ, ສ້າງເຂດຕົວເມືອງທັນສະໄໝ, ສີວິໄລ ແລະ ມີຄວາມສະດວກໃຫ້ແກ່ປະຊາຊົນ.”






