• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ຂະແໜງການທູດຕ້ອງປ່ຽນແປງໃໝ່ຈິນຕະນາການ, ແບບວິທີຢ່າງແທ້ຈິງ, ມຸ່ງໄປເຖິງໝາກຜົນ ແລະ ຜະລິດຕະພັນສຸດທ້າຍ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ (ພາບ: VNA)

ໂດຍ​ສືບ​ຕໍ່​ບັນ​ດາ​ລາຍ​ການ​ຂອງກອງ​ປະ​ຊຸມ​ການ​ທູດ​ທີ 33, ຕອນ​ເຊົ້າ​ວັນ​ທີ 04 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ເມື່ອ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ການ​ທູດ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້​ນ​ໜັກ​ວ່າ ພາ​ລະ​ກິດ​ໃໝ່​ຂອງ​ຂະ​ແໜງ​ການ​ທູດບໍ່​ພຽງ​ແຕ່​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ໄວ້​ຢ່າງ​ໝັ້​ນ​ຄົງ​ເທົ່າ​ນັ້ນ ຫາກ​ຍັງ​ຫັນ​ອິດ​ທິ​ພົນ​ຊື່​ຂະ​ແໜງ​ການ​ທູດ​ໃຫ້​ເປັນບັນ​ດາ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ສະ​ເໜີ​ໃຫ້​ຂະ​ແໜງ​ການ​ທູດ​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ​ແບບ​ວິ​ທີ​ຢ່າງ​ແທ້​ຈິງ, ມຸ່ງ​ໄປ​ເຖິງ​ໝາກ​ຜົນ ແລະ ຜະ​ລິດ​ຕະ​ພັນ​ສຸດ​ທ້າຍ. ຫັນ​ປ່ຽນ​ຢ່າງ​ແຮງ​ຈາ​ການ​ເປີດ​ທາງ​ໄປ​ສູ່​ການ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ ແລະ ທ​້ອງ​ຖິ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເນັ້ນ​ໜັກ​ວ່າ:

“ພະ​ນັກ​ງານ​ການ​ຕ່າງ​ປະ​ເທດແຕ່​ລະ​ຄົນ​ຍາມ​ໃດ​ກໍ່​ຕ້ອງ​​ຖື​ໃນ​ຕົວ​ກັບຄຳ​ຖາມ​ທີ່​ວ່າ: ພາຍ​ຫຼັງ​ການ​ພົບ​ປະ, ການ​ໂອ້​ລົ​ມ​ເຈ​ລະ​ຈາ, ຂໍ້​ລິ​ເລີ່ມ ແລະ ການ​ໄປ​ຢ້ຽມ​ຢາມ​ແຕ່​ລະ​ເທື່ອນັ້ນ, ພວກ​ເຮົາ​ສ້າງ​ໄດ້​ແຫຼ່ງ​ກຳ​ລັງ​ໃດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ, ປັບ​ປຸງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ​ໃນ​ປະ​ຊາ​ຄົມ​ສາ​ກົນ​ຕື່ມ​ອີກ? ຖ້າ​ພວກ​ເຮົາ​ມີ​ຄຳ​ຕອບ​ດ້ວຍ​ບັນ​ດາ​ໝາກ​ຜົນ​ລະ​ອຽດ​ຕົວ​ຈິງ ​ແນ່ນອນ​ວ່າຂະ​ແໜງ​ການ​ທູດ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ໄດ້​ດີ​​ເລີດ”.

(ແຫຼ່ງຄັດຈາກ VOV)

ການທູດ ຫວຽດນາມ ສະແດງໃຫ້ເຫັນຄຸນນະທາດ, ເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມຮັບຜິດຊອບ

ການທູດ ຫວຽດນາມ ສະແດງໃຫ້ເຫັນຄຸນນະທາດ, ເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມຮັບຜິດຊອບ

ຢູ່ນອກກອງປະຊຸມການທູດຄັ້ງທີ 33 ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ບັນດານັກການທູດຕ່າງປະເທດປະຈຳ ຫວຽດນາມ ໄດ້ແບ່ງປັນບັນດາການຕີລາຄາຢ່າງເລິກເຊິ່ງ ແລະ ຮອບດ້ານກ່ຽວກັບທີ່ຕັ້ງ ກໍຄືຄວາມເປັນເອກະລັກສະເພາະຂອງພື້ນຖານການທູດ ຫວຽດນາມ.

Top