• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງຄວາມໄວໃນການສັກວັກຊິນ ກັບໂຄວິດ

      ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ໜົວໜ່ວຍຕ້ອງຮັບປະກັນປະຕິບັດໃຫ້ຄົບຖ້ວນຕາມຄວາມຮຽກຮ້ອງຄື: ປະຊາຊົນຕ້ອງໄດ້ເຂົ້າເຖິງສາທາລະນະສຸກແຕ່ຫົວທີ, ແຕ່ໄກ, ຍົກສູງກຳລັງຄວາມສາມາດດ້ານການແພດຂັ້ນຮາກຖານ, ເປັນເຈົ້າການໃນການກຽມພ້ອມກ່ຽວກັບວັດຖຸອຸປະກອນ, ຊັບພະຍາກອນມະນຸດ, ຢາປິ່ນປົວ, ອົກຊີແຊນ…,
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ເພື່ອປະຕິບັດ ເປົ້າໝາຍ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”, ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ, ວັນທີ 22 ທັນວາ, ຫ້ອງວ່າການລັດຖະບານ ໄດ້ແຈ້ງບົດສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມທາງໄກ ກັບບັນດາທ້ອງຖິ່ນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍປະຕິບັດການກວດກາຄືນໃໝ່, ຖອດຖອນບົດຮຽນ, ປະສົບການ, ຄວນສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດກ່ວາອີກ, ບໍ່ໄດ້ຈັດຕັ້ງການເຄື່ອນໄຫວທີ່ເຕົ້າໂຮມຫຼາຍຄົນ, ເປັນຕົ້ນແມ່ນໃນໂອກາດບຸນປີໃໝ່ສາກົນ ແລະ ບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດ.
      ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ໜົວໜ່ວຍຕ້ອງຮັບປະກັນປະຕິບັດໃຫ້ຄົບຖ້ວນຕາມຄວາມຮຽກຮ້ອງຄື: ປະຊາຊົນຕ້ອງໄດ້ເຂົ້າເຖິງສາທາລະນະສຸກແຕ່ຫົວທີ, ແຕ່ໄກ, ຍົກສູງກຳລັງຄວາມສາມາດດ້ານການແພດຂັ້ນຮາກຖານ, ເປັນເຈົ້າການໃນການກຽມພ້ອມກ່ຽວກັບວັດຖຸອຸປະກອນ, ຊັບພະຍາກອນມະນຸດ, ຢາປິ່ນປົວ, ອົກຊີແຊນ…, ວັກຊິນ ແມ່ນປັດໄຈຍຸດທະສາດ, ຕັດສິນຊີ້ຂາດ ໃນສະເພາະໜ້າ ແລະ ຍາວນານ ສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັບປະກັນ ທາດບຳລຸງ ແລະ ການເບິ່ງແຍງດູແລ, ການລະດົມກຳລັງໃຈໃຫ້ຜູ້ຕິດເຊື້ອ, ສົມທົບກັນລະຫວ່າງ ການແພດພື້ນເມືອງ ແລະ ທັນສະໄໝເຂົ້າໃນການປິ່ນປົວພະຍາດ.
      ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ເລັ່ງຄວາມໄວໃນການຕ້ອງປະຕິບັດຍຸດທະສາດສັກວັກຊິນຢ່າງປອດໄພ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top