• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ກຳລັງໃຈ ຄູຝຶກ Park Hang Seo ແລະ ທິມບານເຕະ U22 ຫວຽດນາມ

      ໃນການຖະແຫຼງຂ່າວ ທີ່ໄດ້ດໍາເນີນກ່ອນນັດການແຂ່ງຂັນບານເຕະຊາຍ Sea Games 2019, ຄູຝຶກ Park Hang Seo ເຜີຍໃຫ້ຮູ້ ກ່ຽວກັບຂໍ້ຄວາມໃຫ້ກໍາລັງໃຈຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບປະກອບ)
      ໃນຂໍ້ຄວາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ລະດົມກໍາລັງໃຈຕໍ່່ຄະນະຄູຝຶກ ແລະ ທິມບານເຕະ U22 ຫວຽດນາມ ຈົ່ງມານະພະຍາຍາມຍາດເອົາຊະນະມາໃຫ້ປະເທດຊາດ. ຄູຝຶກ Park Hang Seo ຢັ້ງຢືນວ່າ ນັກກິລາບານເຕະທຸກຄົນ ພ້ອມດ້ວຍຄະນະຄູຝຶກຂໍໝັ້ນໝາຍວ່າ ຈະຕັດສິນໃຈແຂ່ງຂັນ ເພື່ອໃຫ້ສົມກັບຄວາມຮັກແພງ ແລະ ການສະໜັບສະໜູນຂອງປະຊາຊົນ ແລະ ຄວ້າເອົາຫຼຽນຄໍາ Sea Games 2019.
        ນັດແຂ່ງຂັນຮອບຊີງຊະນະເລີດກິລາປະເພດບານເຕະຊາຍ Sea Games 30 ລະຫວ່າງ U22 ຫວຽດນາມ ແລະ U22 ອິນໂດເນເຊຍ ຈະດໍາເນີນໃນເວລາ 19 ໂມງ ຂອງວັນທີ 10 ທັນວາ ຢູ່ສະໜາມກິລາ Rizal Memorial, ນະຄອນຫຼວງ ມານີລາ ປະເທດ ຟີລິບປິນ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top