• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

ຕອນບ່າຍວັນທີ 05 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

ພາຍຫລັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ນາຍົກລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງ ແລະ ມາດຕະການຊຸກຍູ້ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອາກເມນີ ໃນໄລຍະຈະມາເຖິງກ່ວາອີກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຫລາຍດ້ານກັບ ອາກເມນີ, ຕັດສິນໃຈພັດທະນາການພົວພັນຕາມທິດມີປະສິດທິຜົນ, ແທດຈິງ ແລະ ໝັ້ນຄົງໃນທຸກຂົງເຂດ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ແລະ ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

ສ່ວນທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໄດ້ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ຈະແມ່ນບາດລ້ຽວກ່ຽວກັບຄຸນນະພາບໃນການພົວພັນ 2 ຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອາກເມນີ ກ່ວາອີກ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາກເມນີ ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ສຸມໃສ່ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ - ເອີຣົບ ໃຫ້ປະສົບຜົນສຳເລັດ ເຊິ່ງອາກເມນີ ເປັນສະມາຊິກ, ຖືນີ້ເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ, ເປັນກຳລັງໜູນບຸກທະລຸກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. 2ຝ່າຍກໍ່ເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືກ່ຽວກັບດ້ານສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາໃນໂລກ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.


ທີ່ການເຈລະຈາ

ພາຍຫລັງການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ວິທະຍາສາດລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ອາກເມນີ .

(ແຫຼ່ງຄັດຈາກ VOV)

 

ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່

ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່

ໃນອາທິດຜ່ານມາ, ເປັນຄັ້ງທຳອິດທີ່ ຫວຽດນາມ ດຳເນີນພິທີເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 80 ໂຄງການ, ກິດຈະກຳພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມສຳຄັນ, ຈຸດສຸມຂອງປະເທດຊາດ. ນີ້ແມ່ນບັນດາກິດຈະກຳທີ່ເປັນສັນຍາລັກ, ຢັ້ງຢືນພາບພົດປະເທດ ຫວຽດນາມ ພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກ.

Top