• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

ຕອນບ່າຍວັນທີ 20 ພະຈິກ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ເຊິ່ງພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງໝາກຜົນຂອງກອງປະຊຸມເຈລະຈາລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດ, ພ້ອມທັງສະເໜີໃຫ້ ອາເມລິກາ ສືບຕໍ່ ພ້ອມກັບຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສົມທົບກັນຜັນຂະຫຍາຍໂຄງການກໍາຈັດມົນລະພິດສິ່ງແວດລ້ອມຈາກສານພິດ ດີໂອຊີນ ຢູ່ເຂດສະໜາມບິນ ບຽນຮວ່າ; ໜູນຊ່ວຍການເຂົ້າຮ່ວມຮັກສາສັນຕິພາບຢູ່ ສປຊ; ເພີ່ມທະວີການຮ່ວມມືໃນທຸກຂົງເຂດ. ພ້ອມທັງ ໃຫ້ການຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ອາຊຽນ - ອາເມລິກາ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊອກຫາຂໍ້ມູນຂອງທະຫານຫວຽດນາມທີ່ຫາຍສາບສູນໃນປາງສົງຄາມ ກໍຄື ການກໍາຈັດທາດດີໂອຊີນ ແລະ ໜູນຊ່ວຍຜູ້ເສຍອົງຄະຢູ່ບັນດາແຂວງຈຸດສຸມ.  ທ່ານກໍຢັ້ງຢືນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ເປັນສໍາຄັນ, ພ້ອມກັບຫວຽດນາມ ມານະພະຍາຍາມພັດທະນາການຮ່ວມມືໃນທຸກຂົງເຂດ. ປີ 2020 ແມ່ນປີສະເຫຼີມສະຫຼອງວັນຄົບຮອບ 25 ປີ ຫວຽດນາມ ແລະ ອາເມລິກາ ຫັນການພົວພັນເປັນປົກກະຕິ ແລະ ແມ່ນປີ ຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ, ອາມເລິກາ ມີຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ເມື່ອຫວຽດນາມ ແບກຫາບພາລະບົດບາດດັ່ດງກ່າວ.


ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ໄດ້ມີການພົບປະກັບນັກສຶກສາ, ຄູອາຈານ ຂອງສະຖາບັນການຕ່າງປະເທດຫວຽດນາມ
 (ພາບ: TTXVN)

  ໃນຂອບເຂດການຢ້ຽມຢາມຫວຽດນາມ, ຕອນບ່າຍວັນທີ 20 ພະຈິກ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ໄດ້ມີການພົບປະກັບນັກສຶກສາ, ຄູອາຈານ ຂອງສະຖາບັນການຕ່າງປະເທດຫວຽດນາມ ກວ່າ 200 ຄົນ.  

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top