• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຫວຽດນາມ ຍາມໃດກໍ່ຖື WB ເປັນຄູ່ຮ່ວມມືພັດທະນາສຳຄັນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຕີລາຄາສູງການໜູນຊ່ວຍ, ປະກອບສ່ວນຕັ້ງໜ້າຂອງ WB ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ
ທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ:VOV)

ຕອນບ່າຍວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື WB ເປັນຄູ່ຮ່ວມມືພັດທະນາສຳຄັນຂອງ ຫວຽດນາມ ໃນການຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຕີລາຄາສູງການໜູນຊ່ວຍ, ປະກອບສ່ວນຕັ້ງໜ້າຂອງ WB ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແຕ່ປີ 1993 ມາຮອດປະຈຸບັນ, ຜ່ານການເຄື່ອນໄຫວໃຫ້ຄຳປຶກສາ ແລະ ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການໜູນຊ່ວຍທາງການ (ODA), ກູ້ຢຶມທຶນບຸລິມະສິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີວ່າ: ໄລຍະຈະມາເຖິງ, WB ບຸລິມະສິດປະຕິບັດບັນດາໂຄງການໃຫຍ່ໃນການພັດທະນາພື້ນຖານໂຄງລ່າງຄົມມນະຄົມຍຸດທະສາດຢູ່ ຫວຽດນາມ.

ສ່ວນທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ ໄດ້ເຫັນດີເປັນເອກະພາບຢ່າງສູງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການກຳນົດທິດຜັນຂະຫຍາຍບັນດາໂຄງການມີຈຸດສຸມ, ບັນລຸເປົ້າໝາຍທີ່ໄດ້ວາງອອກ. ທ່ານນາງ Carolyn Turk ຕີລາຄາສູງວິໄສທັດ, ກຳນົດທິດການພັດທະນາ ແລະ ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ, ໃນນັ້ນ, ມີຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້້າອາກາດ, ຫລຸດຜ່ອນອາຍພິດ. ທ່ານນາງ Carolyn Turk ກໍ່ຢັ້ງຢືນຈະສືບຕໍ່ສົມທົບກັບບັນດາອົງການຂອງ ຫວຽດນາມ ຢ່າງຕັ້ງໜ້າ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ.  

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top