• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ນິກອນເດດ ພະລາງກູນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ

ຕອນບ່າຍວັນທີ 31 ມີນາ 2022, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ນິກອນເດດ ພະລາງກູນ ເນື່ອງໃນໂອກາດເຂົ້າຢ້ຽມຂ່ຳນັບ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ນິກອນເດດ ພະລາງກູນ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ

(ພາບ: VTV)  

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໄລຍະຜ່ານມາ ທີ່ພັດທະນາຢ່າງດີງາມທີ່ສຸດ, ເຂົ້າສູ່ລວງເລິກໃນທຸກຂົງເຂດ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ສອງປະເທດ ຫວຽດນາມ - ໄທ ຕ້ອງສືບຕໍ່ເພີ່ມທະວີການຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍກວ່າອີກ, ໃນນັ້ນ ມີການຜັນຂະຫຍາຍປະສິດທິຜົນການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ບັນດາກົນໄກຮ່ວມມືສອງຝ່າຍ, ພິເສດແມ່ນກົນໄກຄະນະລັດຖະບານຮ່ວມລະຫວ່າງລັດຖະບານສອງປະເທດ ແລະ ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ; ຊຸກຍູ້ການຮ່ວມມືພ້ອມກັນຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃນໄລຍະຫຼັງໂລກລະບາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ໄທ ເພີ່ມທະວີການນຳເຂົ້າ, ຈຳໜ່າຍບັນດາຜະລິດຕະພັນຂອງ ຫວຽດນາມ ຢູ່ຕະຫຼາດ ຂອງໄທ; ສອງຝ່າຍຍູ້ໄວການພົບປະແລກປ່ຽນກ່ຽວກັບການຮັບຮອງເອົາ ປາດສະປໍວັກຊິນຂອງກັນ; ເປີດຖ້ຽວບິນການຄ້າທົ່ວໄປຄືນໃໝ່, ສ້າງເງື່ອນໄຂໃຫ້ແກ່ການທ່ອງທ່ຽວ ແລະ ແລກປ່ຽນການຄ້າລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top