• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ສົກຮຽນ 2019 – 2020

      ຕອນເຊົ້າວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຈັດກອງປະຊຸມສະຫຼຸບສົກຮຽນ 2018 – 2019, ຜັນຂະຫຍາຍໜ້າທີ່ສົກຮຽນ 2019 – 2020. 

ກອງປະຊຸມຜັນຂະຫຍາຍໜ້າທີ່ສົກຮຽນ 2019 – 2020 (ພາບ:VGP)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ທ່ານ ຟຸ່ງຊວັນຍ້າ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງໃຫ້ຮູ້ວ່າ: ຈະຜັນຂະຫຍາຍ 5 ໝວດມາດຕະການການຈຸດສຸມໃນສົກຮຽນ 2019 – 2020, ໃນນັ້ນມີການສຸມໃສ່ພັດທະນາຖັນແຖວພະນັກງານຂອງຂະແໜງ. ກ່ຽວກັບໜ້າທີ່ໃນສົກຮຽນ 2019 – 2020, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸ່ງຊວັນຍ້າ ໃຫ້ຮູ້ວ່າ:
        ທົ່ວຂະແໜງສຶກສາສືບຕໍ່ປະຕິບັດຕາມວິວັດການ 9 ໝວດໜ້າທີ່ຈຸດສຸມຕົ້ນຕໍ່ ແລະ 5 ໝວດມາດຕະການການແກ້ໄຂພື້ນຖານທີ່ໄດ້ວາງອອກແລ້ວ, ຕັດສິນໃຈແກ້ໄຂ ແລະ ສ້າງການຫັນປ່ຽນພື້ນຖານບັນດາບັນຫາກ່ຽວກັບການສຶກສາບຳລຸງສ້າງທີ່ມີຄວາມສົນໃຈຈາກສັງຄົມ ແລະ ຄວາມຂັດໃຈຈາກຫາງສຽງ, ໃນນັ້ນສຸມໃສ່ປະຕິດບັດ 5 ໝວດໜ້າທີ່ຈຸດສຸມເປັນຢ່າງດີ ທີ່ກ່ຽວຂ້ອງເຖິງການສຶກສາຂັ້ນອະນຸບານ, ການສັບຊ້ອນບັນດາມະຫາວິທະນາໄລສ້າງຄູ, ມະຫາວິທະຍາໄລຕ່າງໆ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງການເພີ່ມທະວີສະມັດຕະພາບການອອກແຮງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຍູ້ແຮງການສຶກສາຄຸນສົມບັດ, ວິຖີຊີວິດ, ທັກສະໃນການດຳລົງຊີວິດໃຫ້ແກ່ນັກຮຽນ, ນັກສຶກສາ.
 (ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top