• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງ ນຳວັກຊິນກັນພະຍາດໂຄວິດ - 19 ໄປເຖິງປະຊາຊົນໃນໄຕມາດທີ 1 ປີ 2021 ໂດຍທັນທີ

      ຕອນເຊົ້າວັນທີ 2 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງປະຕິບັດບັນດາມາດຕະການ ຢ່າງຮີບດ່ວນ ເພື່ອ ໃນໄຕມາດທີ 1 ນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ທັນທີ.  
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)
            ກ່າວຄຳເຫັນໄຂວາລະປະຊຸມລັດຖະບານປະຈຳເດືອນ ມັງກອນ 2021, ຕອນເຊົ້າວັນທີ 2 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງປະຕິບັດບັນດາມາດຕະການ ຢ່າງຮີບດ່ວນ ເພື່ອ ໃນໄຕມາດທີ 1 ນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ທັນທີ.  ທ່ານ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
            ນັບແຕ່ວັນທີ 27 ມັງກອນ ໄດ້ປະກົດມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນໜຶ່ງໃນຊຸມຊົນ. ຕາມການສະຖິຕິຮອດຕອນຄ່ຳວັນທີ 1 ກຸມພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ 240 ຄົນ, ມີ 10 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ - 19. ເຖິງວ່າ ພວມໃນໄລຍະດຳເນີນກອງປະຊຸມໃຫຍຄັ້ງທີ 13 ຂອງພັກກໍ່ຕາມ, ແຕ່ລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພິເສດແມ່ນ ກະຊວງສາທາລະນະສຸກ, ບັນດາທ້ອງຖິ່ນ ໄດ້ຊີ້ນຳຢ່າງຄົບຊຸດ, ຂ້ຽວຂາດ, ເຂົ້າຮ່ວມການຕ້ານໂລກລະບາດດ້ວຍບັນດາມາດຕະການ, ແຜນນະໂຍບາຍຢ່າງຖືກຕ້ອງ ແລະ ທັນການ. ມາຮອດປັດຈຸບັນ, ພວກເຮົາໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ ເຖິງວ່າຍັງມີການຜັນແປຢ່າງສັບສົນຫຼາຍຢ່າງກໍ່ຕາມ.
            ກ່ຽວກັບສະພາບການເສດຖະກິດ ສັງຄົມໃນເດືອນມັງກອນ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເສດຖະກິດມະຫາພາກມີສະຖຽນລະພາບ, ການເຕີບໂຕໃນການຜະລິດອຸດສາຫະກຳ, ເປັນຕົ້ນແມ່ນ ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ເພີ່ມຂຶ້ນ 22%, ການສົ່ງອອກນຳເຂົ້າເພີ່ມຂຶ້ນກ່ວາ 45% ເຊິ່ງແມ່ນລະດັບສະຖິຕິ ແລະ ການສົ່ງອອກເກີນດູນ, ການປ່ອຍເງິນລົງທຶນສາທາລະນະ, ວິສາຫະກິດດີສ້າງຕັ້ງໃໝ່ ລ້ວນແຕ່ບັນລຸໝາກຜົນທີ່ເປັນໜ້າຊື່ມຊົນ. ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງການຊຸກຍູ້ 3ພາກເສດຖະກິດຄື ເສດຖະກິດພາຍໃນປະເທດດ້ວຍປະຊາກອນເກືອບ 100 ລ້ານຄົນ, ເສດຖະກິດສາກົນດ້ວຍບັນດາສັນຍາການຄ້າເສລີ ແລະ ເສດຖະກິດດີຈີຕອນ.
            ຄຽງຄູ່ກັນບັນຫາຕ້ານໂລກລະບາດ, ຊຸກຍູ້ການຜະລິດ ແລະ ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດປະສົບກັບໄພທຳມະຊາດ, ເຂດຖືກຈຳກັດຍ້ອນໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top