• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ວິສາຫະກິດພ້ອມກັນປະຕິບັດຄວບ 2 ເປົ້າໝາຍ

ຕອນເຊົ້າວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດເອກະຊົນ ເພື່ອແນໃສ່ລະດົມການອຸທິດສ່ວນຢ່າງມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ປະກອບສ່ວນໃຫ້ເສດຖະກິດພາກເອກະຊົນເພື່ອການພັດທະນາປະເທດຊາດ ໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດໃນທົ່ວໂລກ.

ກອງປະຊຸມເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດເອກະຊົນ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ມີວິສາຫະກິດ 800.000 ແຫ່ງ ແລະ ຄອບຄົວດຳເນີນທຸລະກິດເອກະເທດນັບຫລາຍລ້ານຄອບຄົວ, ສະນັ້ນ ໃນຈຸດເວລານີ້ ບັນດາວິສາຫະກິດ, ກຸ່ມບໍລິສັດຄວນ ພ້ອມກັບພະນັກງານ, ກຳມະກອນຜູ້ອອກແຮງງານ ປ້ອງກັນ, ຄວບຄຸມໂລກລະບາດດັ່ງກ່າວ. ວິສາຫະກິດຫລາຍແຫ່ງ ທີ່ມີຊາວຜູ້ອອກແຮງງານນັບຫລາຍພັນຄົນ ຄວນມີມາດຕະການ ເພື່ອສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໄດ້ຮັບຂໍ້ມູນຂ່າວບາງຢ່າງໂດຍຖືວ່າ: ບາງປະເທດຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ…ຈະຟື້ນຟູການຜະລິດໂດຍໄວ, ດັ່ງນັ້ນ ຫວຽດນາມ ຕ້ອງຍາດແຍ່ງໂອກາດນີ້ ກຽມຈິດກຽມໃຈບືນຕົວຂຶ້ນ, ຫັນຄວາມສ່ຽງໃຫ້ກາຍເປັນກາລະໂອກາດເພື່ອຜ່ານຜ່າໄລຍະເກີດໂລກລະບາດ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top