• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ

ຕອນຄ່ຳວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງບັນດາທ້ອງຖິ່ນທີ່ກວດພົບຜູ້ຕິດເຊື້ອລາຍໃໝ່ ຕ້ອງປະຕິບັດການປິດລ້ອມບໍລິເວນເພື່ອສະກັດກັ້ນໂລກລະບາດ; ສົມທົບກັບບັນດາອົງການສາທາລະນະສຸກ, ທະຫານ, ຕຳຫລວດຢ່າງແໜ້ນແຟ້ນ ເດັດຂາດບໍ່ປະໃຫ້ການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດຖືກຂາດວັກຂາດຕອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

      “ຂ້າພະເຈົ້າຮຽກຮ້ອງທຸກຂັ້ນ, ທຸກຂະແໜງການຕ້ອງໃກ້ຊິດຕິດແທດກັບສະພາບການ, ກະກຽມບັນດາແຜນການຢ່າງວ່ອງໄວ ເພື່ອຮັບມືກັບການແຜ່ລະບາດໂຄວິດ-19 ຮອບໃໝ່. ບົນຈິດໃຈຫວຽດນາມ, ຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດ ມີປະສິດທິຜົນ, ທັນການ ນັ້ນແມ່ນຜົນງານເພື່ອຂ່ຳນັບຮັບຕ້ອນຜົນສຳເລັດກອງປະຊຸມໃຫຍ່ຜຸ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ”

(ແຫຼ່ງຄັດຈາກ VOV)

ມີຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ

ມີຫຼາຍ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ

ເນື່ອງ​ໃນ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ (10/10/1954 - 10/10/2026), ຕອນ​ບ່າຍ​ວັນທີ 10 ຕຸ​ລາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ເປີດ​ນຳ​ໃຊ້, ເລີ່ມ​ລົງ​ມື​ກໍ່​ສ້າງ 18 ໂຄງ​ການ, ກິດ​ຈະ​ກຳ​ດີ​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ບໍ​ລິ​ການ, ສິ່ງ​ແວດ​ລ້ອມ…

Top