• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ

      ຕອນເຊົ້າວັນທີ 20 ມີນາ, ໃນການໄປປະຕິບັດງານຢູ່ແຂວງ ບ່າເຣ້ຍ-ຫວູງເຕົ່າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງກວດກາການເຄື່ອນໄຫວຂອງທ່າກ່ຳປັ່ນ Gemalink, ທ່າກ່ຳປັ່ນ CMIT ແລະ ເຕີນກ໋າງກ໊າຍແມ໊ບ (TCIT).
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ. ພາບ: VOV
      ເຊິ່ງລ້ວນແຕ່ນອນໃນເຂດທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ. ໃນບັນດາທ່າກ່ຳປັ່ນຂຶ້ນກັບກຸ່ມທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ, ແມ່ນ 1 ໃນຈຳນວນ 19 ທ່າກ່ຳປັ່ນໃຫຍ່ຂອງໂລກ ສາມາດຮັບກ່ຳປັ່ນມີນ້ຳໜັກສູງເຂົ້າທຽບທ່າ. ທ່າກ່ຳປັ່ນດັ່ງກ່າວ ຈະເປີດສະໜອງໃນເດືອນ ພຶດສະພາ 2021 ແລະ ຈະນຳໃຊ້ຢ່າງໜ້ອຍສຸດ 80% ຂອງກຳລັງຕິດຕັ້ງຕາມການອອກແບບໃນປີນີ້ ແລະ ຈະນຳໃຊ້ 100% ກຳລັງຕິດຕັ້ງຂອງໄລຍະ 1 ແຕ່ປີ 2022 ເປັນຕົ້ນໄປ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ບ່າເຣ້ຍ-ຫວູງເຕົ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
            “ການສຸມໃສ່ພັດທະນາທ່າກ່ຳປັ່ນ ກ໊າຍແມ໊ບ-ທິຫວາຍ ແລະ ເປັນຕົ້ນແມ່ນແຜນນະໂຍບາຍເຊື່ອມຕໍ່ກັບ ກ໊າຍແມ໊ບ ຕອນລຸ່ມ ໃນການຮັບປະກັນການບໍລິການ, ໃນນັ້ນມີ logistics, ເພື່ອແກ້ໄຂບັນດາບັນຫາ ບໍ່ພຽງແຕ່ໃຫ້ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ບາງປະເທດໃນພາກພື້ນອີກດ້ວຍ. ພວກເຮົາມີຄວາມປິຕິຊົມຊື່ນກ່ຽວກັບການເຕີບໂຕຢ່າງແຮງຂອງທ່າກ່ຳປັ່ນ, ປະມານ 20%, ເຊິ່ງສະແດງໃຫ້ເຫັນການປະກອບສ່ວນເຂົ້າເສດຖະກິດຢູ່ພາກພື້ນນີ້ສຳລັບທົ່ວປະເທດ. ການເຕີບໂຕຂອງທ່າກ່ຳປັ່ນປະກອບເຂົ້າ GDP.
(ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top