• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາເນື້ອໃນຮ່ວມມືສຳຄັນຂອງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ

      ຕອນບ່າຍວັນທີ 10 ມັງກອນ, ກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 2 ໄດ້ດຳເນີນຢູ່ພະນົມເປັນ ປະເທດກຳປູເຈຍ ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນການຖືເປັນສຳຄັນ ແລະ ການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ໃນໄລຍະຜ່ານມາ. ກ່ຽວກັບການຮ່ວມມື 5 ປີຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງເລື່ອງ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືປ້ອງກັນ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະ ໝັ້ນຄົງ, ນຳການຮ່ວມມືດ້ານແຫຼ່ງຊັບພະຍາກອນນ້ຳກາຍເປັນຈຸດສຸມແຫ່ງການຮ່ວມມືລະຫວ່າງ 6 ປະເທດ.

ທີ່ກອງປະຊຸມ
      ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ບັນດາບຸລິມະສິດໃນສະເພາະໜ້າ ລວມມີເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຂໍ້ມູນອຸຕຸນິຍົມອຸທົກກະສາດ; ຮ່ວມມືເພື່ອຮັບມືກັບໄພແຫ້ງແລ້ງ, ນ້ຳຖ້ວມ; ດຳເນີນບັນດາການຄົ້ນຄວ້າວິທະຍາສາດຮ່ວມ ແລະ ຄົ້ນຄວ້າສ້າງກົດລະບຽບການກຄື່ອນໄຫວລະຫວ່າງອ່າງເກັບນ້ຳທີ່ຢູ່ລຽບຕາມກະແສນ້ຳໄຫຼ ຂອງແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ. ພ້ອມກັນນັ້ນ, ການພັດທະນາລະບົບພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ສຳເລັດ ແມ່ນສ້າງຄວາມສະດວກໃຫ້ການຈໍລະຈອນສິນຄ້າ, ການບໍລິການ, ກະແສທຶນ ແລະ ການໄປມາຂອງປະຊາຊົນ; ໜູນຊ່ວຍບັນດາປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ກຳແໜ້ນໂອກາດຈາກການປະຕິວັດອຸດສາຫະກຳ 4.0. ບັນດາຂໍ້ສະເໜີ ແລະ ການປະກອບສ່ວນຂອງຄະນະ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະ ສະແດງໃຫ້ເຫັນໃນບັນດາເອກະສານຂອງກອງປະຊຸມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top