• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຫະພັນໃຫຍ່ແຮງງານ ຫວຽດນາມ

      ຕອນເຊົ້າວັນທີ 22 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງພົບປະ ແລະ ອວຍພອນບຸນເຕັດພະນັກງານ, ພາລະກອນສະຫະພັນໃຫຍ່ແຮງງານ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ກຳມະບານທຸກຂັ້ນໃນຂອບເຂດທົ່ວປະເທດປະຕິບັດລະບຽບວິໄນກ່ຽວກັບການອອກແຮງງານເປັນຢ່າງດີ, ປະກອບສ່ວນຍົກສູງສະມັດຕະພາບການອອກແຮງງານ, ສຳເລັດໜ້າທີ່ຂອງ 2018 ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
        “ຂ້າພະເຈົ້າສະເໜີໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ ສືບຕໍ່ຊາບຊຶມຈິດໃຈ ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ກຳມະກອນ. ທີ່ສອງແມ່ນສະພາບເກີດອຸບັດຕິເຫດແຮງງານ. ຂ້າພະເຈົ້າສະເໜີ ຕ້ອງຊຸກຍູ້ປະຕິບັດວຽກງານປົກປ້ອງຄົນງານໃຫ້ດີກ່ວາເກົ່າ ເພື່ອຫລີກລ້ຽງບາດແຜໃຫ້ຊາວຜູ້ອອກແຮງງານ”
        ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ທີ່ໄດ້ລົງນາມໃນຂັ້ນລັດຖະມົນຕີ ແລະ ປະເທດຕ່າງໆເກືອບຄືວ່າໄດ້ເຫັນດີເຫັນພ້ອມ ແລະ ເນື້ອໃນການເຈລະຈາມີບັນຫາແຮງງານ, ກຳມະບານ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສະຫະພັນໃຫຍ່ແຮງງານ ຫວຽດນາມ ມີວິທີການເປັນເຈົ້າການ, ໜູນຊ່ວຍກຳມະກອນຜູ້ອອກແຮງງານຝຶກຝົນຫຼໍ່ຫຼອມຍົກສູງລະດັບຄວາມຮູ້, ສີມືແຮງງານ.
 (ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top