• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມກິດຈະກຳອຸໂມງແດ່ວກ໋າ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ​ຢ້ຽມ​ຢາມ​ບັນ​ດາ​ນັກ​ວິ​ສາ​ວະ​ກອນ
ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ
ພາບ:TTXVN

      ຕອນ​ຄ່ຳ​ວັນ​ທີ 27/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ​ບັນ​ດາ​ນັກ​ວິ​ສາ​ວະ​ກອນ ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ ຢູ່ ທາງ​ຫລວງ 1 ເຊື່ອມ​ຕໍ່​ແຂວງ ແຄງ​ຮ່​ວາ ແລະ ຟູ​ອຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ ຍ້ອງ​ຍ​ໍ​ບັນ​ດາ​ພະ​ນັກ​ງານ, ວິ​ສາ​ວະ​ກອນ, ຜູ້​ຊ່ຽວ​ຊານ ແລະ ກຳ​ມະ​ກອນ​ພວມກໍ່​ສ້າງ​ອຸ​ໂມງ​ແດ່ວ​ກ໋າ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ຫນ້າ​ຂອງ​ກິດ​ຈະ​ກຳ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ໂດຍ​ສະ​ເພາ​ະ​ແມ່ນ​ແຂວງ ຟູ​ອຽນ ແລະ ແຄງ​ຮ່​ວາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ ການກໍ່​ສ້າງ​ອຸ​ຸ​ໂມງ​ນີ້​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ, ຮຽກ​ຮ້ອງ​ຕ້ອງ​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ແຕ່​ບັນ​ດາ​ພະ​ນັກ​ງານ, ວິ​ສາ​ວະ​ກອນ ແລະ ກຳ​ມະ​ກອນ​ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ​້​ເຕັກ​ໂນ​ໂລ​ຊີ​ເພື່​ອ​ປະ​ຕິ​ບັດ​ໂຄງ​ການນີ້​ໃຫ້​ປອດ​ໄພ ແລະ ກໍ່​ສ້າງ​ສຳ​ເລັດ​ກ່ອນ​ເວ​ລາ​ກຳ​ນົດ​ໄດ້ 3 ເດືອນ. ອຸ​ໂມງ​ດັ່ງ​ກ່າວ​ມີ​ຄວາມ​ຍາວກວ່າ 4 ກິ​ໂລ​ແມັດ ແລະ ຄາດ​ວ່າ​ຈະ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2017.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top