• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ Shanmugam

ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ກະຊວງພາຍໃນສິງກະໂປ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ Shanmugam (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Shanmugam ລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ  ເຊິ່ງຖືກດໍາເນີນໃນບ່າຍວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດ; ສອງຝ່າຍພວມເປີດກວ້າງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ກະຊວງພາຍໃນສິງກະໂປ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ. ບົນພື້ນຖານບັນດາຜົນງານຮ່ວມມືລະຫວ່າງສອງປະເທດທີ່ບັນລຸໄດ້, ໄລຍະຈະມາເຖິງ, ສອງກະຊວງຄວນເພີ່ມທະວີການປຶກສາຫາລືເຊິ່ງກັນ ແລະການໃນການແກ້ໄຂບັນດາບັນຫາ ຕ່າງຝ່າຍຕ່າງມີຄວາມສົນໃຈ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ ກໍຄືໃນພາກພື້ນ.

        ກ່ຽວກັບຂົງເຂດຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກໍາ, ທ່ານນາຍົກລັດຖະມົນຕີສະເໜີ ສອງຝ່າຍຮັກສາບັນດາກົນໄກຮ່ວມມື ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນໃນການສືບສວນອາດຊະຍາກໍາ ທີ່ມີການກ່ຽວຂ້ອງເຖິງສອງປະເທດ.

        ສ່ວນທ່ານລັດຖະມົນຕີ Shanmugam ສະແດງຄວາມປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມື ລະຫວ່າງສອງກະຊວງໃນວຽກງານສ້າງກົດໝາຍ ແລະ ປ້ອງກັນ, ຕ້ານອາດຊະຍາກໍາ. 

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top