• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງເລຂາທິການໃຫຍ່ສປຊ ແລະ ທ່ານປະທານ AIIB


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກຕ້ອນ​ຮັບ​ບັນ​ດາ​ທ່ານ​ຮອງ
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

      ຕອນ​ບ່າຍ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Gyan Chandra Acharya, ຜູ້​ຕາງ​ຫນ້າ​ຂັ້ນ​ສູງ​ຂອງ ສ​ປ​ຊ ກ່ຽວ​ກັບ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ບ​ັນ​ດາ​ປະ​ເທດ​ເກາະ​ນ້ອຍ​ພວມ​ພັດ​ທະ​ນາ ແລະ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທະ​ເລ, ທ່ານ​ນາງ Shamshad Akhtra, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ເລ​ຂາ​ບໍ​ລິ​ຫານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສັງ​ຄົມ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ທ່ານ Hongbu Wu, ຮອງ​ເລ​ຂາ​ທິ​ການ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ຫາ​ເສດ​ຖະ​ກິດ​ສັງ​ຄົມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ຫວຽດ​ນາມ ຖື​ບົດ​ບາດ ແລະ ການ​ພົວ​ພັນ​ຮ່ວມ​ມື​ກັບ ສ​ປ​ຊ ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ວ່າ ສ​ປ​ຊ ສືບ​ຕໍ່​ສວມ​ບົດ​ບາດ​ໃຈ​ກາງ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ​ຮອດ​ປີ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຂໍ້​ຕົກ​ລົງ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ, ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ທີ່​ບັນ​ດາ​ອົງ​ການ ສ​ປ​ຊ. ສ່ວນ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Gayn Chandra Acharya ຢືນ​ຢັນ​ວ່າ: ສ​ປ​ຊ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແມ່ນ​ບົດ​ຮຽນ​ລ້ຳ​ຄ່າ​ເພື່ອ​ແບ່ງ​ປັນ​ກັບ​ບັນ​ດາ​ປະ​ເທດ.
      ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ ຈີນລີ​ກູນ, ປະ​ທານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ອາ​ຊີ (AIIB) ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມອບ​ໃຫ້​ທະ​ນາ​ຄານ​ແຫ່ງ​ລັດ ຮັບ​ຜິດ​ຊອບ​ບັນ​ດາ​ພັນ​ທະ ແລະ ການ​ເຄື່ອນ​ໄຫວ​ຂອງ​ຫວຽດ​ນາມ​ຢູ່ AIIB. ສ່ວນ​ທ່ານ ຈີນລີ​ກູນ ໃຫ້​ຮູ້​ວ່າ: AIIB ຈະ​ຫນູນ​ຊ່ວຍ​ຫວຽດ​ນາມ ສຳ​ຜັດ​ຢ່າງ​ສະ​ດວກ​ກັບ​ບັນ​ດາ​ແຫລ່ງ​ທຶນ​. 
(ແຫຼ່ງຄັດຈາກ VOV)
                                                                                            

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top