• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະວິສາຫະກິດ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ປະສົບຜົນສຳເລັດໃນການ ເຮັດທຸລະກິດຢູ່ຫວຽດນາມ, ຖືວ່ານີ້ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ສອງປະເທດ.


ການຕ້ອນຮັບໃນຕອນບ່າຍວັນທີ 10 ກັນຍາ

(ພາບ:VGP/Quang Hiếu)

 

ຕອນບ່າຍວັນທີ 10 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ອາເມລິກາ ນຳໂດຍທ່ານ Adam Sitkoff ອຳນວຍການບໍລິຫານ ສະຫະສະມາຄົມວິສາຫະກິດ ອາເມລິກາ ປະຈຳຫວຽດນາມ (AmCham).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະວິສາຫະກິດ ອາເມລິກາ ທີ່ເດີນທາງມາຫວຽດນາມ ເຂົ້າຮ່ວມກອງປະຊຸມເວທີເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018), ກອງປະຊຸມສຸດຍອດທຸລະກິດ ຫວຽດນາມ - ອາເມລິກາ 2018. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າ ບັນດາວິສາຫະກິດ ອາເມລິກາ ທີ່ມີທ່າງແຮງໃນຂົງເຂດເສດຖະກິດ ດິຈິຕອນ ຈະເພີ່ມທະວີການຮ່ວມມື, ຖ່າຍທອດເຕັກໂນໂລຊີ ໃຫ້ແກ່ຝ່າຍ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ປະສົບຜົນສຳເລັດໃນການ ເຮັດທຸລະກິດຢູ່ຫວຽດນາມ, ຖືວ່ານີ້ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສາຍພົວພັນລະຫວ່າງ ສອງປະເທດ.

ທາງດ້ານ ທ່ານ Adam Sitkoff ກໍ່ໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກ່ຽວກັບການປະຕິຮູບການບໍລິຫານ, ປັບປຸງສະພາບແຫ່ງການລົງທຶນດໍາເນີນທຸລະກິດ, ດຶງດູດນັກທ່ອງທ່ຽວສາກົນຢ່າງເຂັ້ມແຂງ. ຜູ້ຕາງໜ້າວິສາຫະກິດ ອາເມລິກາຈຳນວນໜຶ່ງ ກໍ່ສະແດງຄວາມຕັດສິນໃຈສູງ ໃນການເປີດກວ້າງການລົງທຶນ ຢູ່ຫວຽດນາມ; ປາຖະໜາວ່າລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ ຈະເອົາໃຈໃສ່ ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ບັນດາວິສາຫະກິດນີ້ ປະສົບຜົນສຳເລັດໃນການ ລົງທຶນຢູ່ຫວຽດນາມ.

 (ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top