• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດຈີນ, ແດນມາກ ເນື່ອງໃນໂອກາດມາຮັບໜ້າທີ່ ຢູ່ ຫວຽດນາມ

      ຕອນບ່າຍວັນທີ 13 ທັນວາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງບົວ ແລະ ທ່ານເອກອັກຄະລັດຖະທູດ ແດນມາກ Hojlund Christensen ເນື່ອງໃນໂອກາດທີ່ບັນດາທ່ານເອກອັກຄະລັດຖະທູດ ມາຮັບໜ້າທີ່ທາງການທູດ ຢູ່ ຫວຽດນາມ.
             ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ສູງບົວ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ - ຈີນ; ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສູງບົວ ໃນຖານະເປັນເອກອັກຄະລັດຖະທູດຂອງ ຈີນ ປະຈຳ ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຈີນ  ສູງບົວ (ພາບ:chinhphu.vn)
      ສ່ວນທ່ານເອກອັກຄະລັດຖະທູດ ຈີນ ກໍ່ຢັ້ງຢືນວ່າ ໃນຖານະເປັນເອກອັກຄະລັດຖະທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາ ໃຫ້ເໝາະສົມກັບຜົນປະໂຫຍດກໍ່ຄືການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສີວິໄລຂອງພາກພື້ນ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກກໍ່ໄດ້ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແດນມາກ Hojlund Christensen, ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ໄດ້ເລົ່າຄືນຄວາມປະທັບໃຈທີ່ດີງາມ ໃນການໄປຢ້ຽມຢາມ ແດນມາກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ “ຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030” (P4G) ໃນເດືອນຕຸລາທີ່ຜ່ານມາ ຢູ່ແດນມາກ,  ແລະ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດແດນມາກ Hojlund Christensen (ພາບ:chinhphu.vn)
      ຖືວ່າວົງເງິນການຄ້າສອງສົ້ນ, ປັດຈຸບັນຫາກໍ່ບັນລຸປະມານ 700 ລ້ານ ໂດລາສະຫະລັດ, ແມ່ນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ, ທ່ານນາຍົກລັດຖະມົນຕີ ປາຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືການຄ້າ, ການລົງທຶນຫຼາຍກວ່າເກົ່າ; ໃນນັ້ນ, ສະເໜີທ່ານເອກອັກຄະດຖະທູດ ຈັດຕັ້ງຄະນະວິສາຫະກິດ ແດນມາກ ຫຼາຍຄະນະມາຫວຽດນາມ ເພື່ອພົບປະແລກປ່ຽນ, ຊອກຫາໂອກາດໃນການຮ່ວມມື ກໍ່ຄືສົມທົບກັບບັນດາອົງການຂອງ ຫວຽດນາມ ຮັບປະກັນການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອດ້ານການເງິນຂອງ ແດນມາກ ຢ່າງມີປະສິດທິຜົນ…
ໂດຍໃຫ້ຮູ້ວ່ານັບມື້ນັບມີຫຼາຍວິສາຫະກິດແດນມາກ ມີຄວາມສົນໃຈລົງທຶນເຂົ້າຫວຽດນາມ, ທ່ານເອກອັກຄະລັດຖະທູດ Hojlund Christensen ສະແດງຄວາມປະເອີບໃຈ ຕໍ່ເລື່ອງລັດຖະບານ ຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຂງແຮງ ແລະ ຢັ້ງຢືນວ່າ ຈະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ເພີ່ມຂຶ້ນໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top