• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບ 63 ແຂວງ, ນະຄອນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ, ໂດຍອີງໃສ່ສະພາບການຕົວຈິງໃນປະຈຸບັນ, ບັນດາທ້ອງຖີ່ນຍົກອອກມາດຕະການແກ້ໄຂໃຫ້ເໝາະສົມເພື່ອຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກທາງອອນລາຍກັບ 63 ແຂວງນະຄອນ. (ພາບ: VTV)

ຕອນບ່າຍວັນທີ 02 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກທາງອອນລາຍກັບ 63 ແຂວງນະຄອນ, ຕີລາຄາສະພາບການເສດຖະກິດສັງຄົມໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ, ໜ້າທີ່, ມາດຕະການແກ້ໄຂໃນໄລຍະ 6 ເດືອນທ້າຍປີ 2021, ເພື່ອແນໃສ່ຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ແມ່ນ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດສັງຄົມ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ, ໂດຍອີງໃສ່ສະພາບການຕົວຈິງໃນປະຈຸບັນ, ບັນດາທ້ອງຖີ່ນຍົກອອກມາດຕະການແກ້ໄຂໃຫ້ເໝາະສົມເພື່ອຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນຳບັນດາທ້ອງຖິ່ນກຳແໜ້ນເນື້ອໃນຈິດໃຈຄິດຈິງ, ເວົ້າຈິງ, ເຮັດຈິງ, ບັນລຸປະສິດທິຜົນຢ່າງແທ້ຈິງ ເພື່ອຕີລາຄາທຸກສະພາບການໃນໄລຍະ 6 ເດືອນຜ່ານມາ, ບົນຈິດໃຈນັ້ນ ລັດຖະບານຈະພ້ອມກັບບັນດາທ້ອງຖິ່ນຫັນໂຄງການເຄື່ອນໄຫວຂອງລັດຖະບານເປັນລະອຽດ ເພື່ອປະຕິບັດຄືແນວໃດໃຫ້ບັນລຸປະສິດທິຜົນໃນຊຸມເດືອນຈະມາເຖິງນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top