ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນ Johanesburg, ອາຟະລິກາໃຕ້, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນສຳຄັນທີ່ກອງປະຊຸມສຸດຍອດ G20 ປີ 2025.
ໃນມື້ເຮັດວຽກທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບບັນດາການນຳເຂົ້າຮ່ວມ 2 ວາລະປຶກສາຫາລືສຳຄັນດ້ວຍຫົວຂໍ້ “ການພັດທະນາເສດຖະກິດແບບຍືນຍົງ ແລະ ກວມລວມ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ” ແລະ “ບັນດາການປະກອບສ່ວນຂອງ G20 ສຳລັບໂລກທີ່ເຂັ້ມແຂງດ້ວຍຕົນເອງ”. ຕາມນັ້ນແລ້ວ, ບັນດາການນຳໄດ້ສຸມໃສ່ແລກປ່ຽນ ແລະ ເປັນເອກະພາບການກຳນົດທິດໃຫຍ່ກ່ຽວກັບການສ້າງພື້ນຖານເສດຖະກິດ, ບົດບາດຂອງການຄ້າ, ການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ…
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີບັນດາການຮັບປະກັນຍຸດທະສາດ ເພື່ອຊຸກຍູ້ການເຕີບໂຕກວມລວມ, ຍືນຍົງ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.
“ຮັບປະກັນຄວາມສະຖຽນລະພາບເພື່ອພັດທະນາການພົວພັນສາກົນ, ການເມືອງໂລກ ແລະ ເສດຖະກິດມະຫາພາກທົ່ວໂລກ. G20 ໄດ້ນຳໜ້າໃນການສ້າງກົນໄກຮ່ວມມືສາກົນ, ເຄົາລົບເຊິ່ງກັນແລະກັນ, ຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາການປະທະກັນ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກແກ່ການພັດທະນາ; ສະກັດກັ້ນຮົ້ວກີດຂວາງດ້ານການຄ້າ, ຫຼຸດຜ່ອນການແບ່ງແຍກລະບົບສະໜອງ; ຊຸກຍູ້ບັນດາຂໍ້ລິເລີ່ມຫັນປ່ຽນໜີ້, ຮັບປະກັນເສດຖະກິດມະຫາພາກທົ່ວໂລກໃຫ້ເປັນປົກກະຕິ”.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ G20 ເພີ່ມທະວີການຮ່ວມມື, ຕໍ່ສູ້ບໍ່ຫັນວິທະຍາສາດ ແລະ ການຄ້າເປັນການເມືອງ, ໜູນຊ່ວຍບັນດາປະເທດພວມພັດທະນາດ້ວຍບັນດານະໂຍບາຍການຄ້າຢ່າງຍຸຕິທຳ, ຜົນປະໂຫຍດກົມກຽວ.








