ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີບັນດາການຮັບປະກັນຍຸດທະສາດ ເພື່ອຊຸກຍູ້ການເຕີບໂຕກວມລວມ, ຍືນຍົງ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນ Johanesburg, ອາຟະລິກາໃຕ້, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນສຳຄັນທີ່ກອງປະຊຸມສຸດຍອດ G20 ປີ 2025.

ໃນມື້ເຮັດວຽກທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບບັນດາການນຳເຂົ້າຮ່ວມ 2 ວາລະປຶກສາຫາລືສຳຄັນດ້ວຍຫົວຂໍ້ “ການພັດທະນາເສດຖະກິດແບບຍືນຍົງ ແລະ ກວມລວມ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ” ແລະ “ບັນດາການປະກອບສ່ວນຂອງ G20 ສຳລັບໂລກທີ່ເຂັ້ມແຂງດ້ວຍຕົນເອງ”. ຕາມນັ້ນແລ້ວ, ບັນດາການນຳໄດ້ສຸມໃສ່ແລກປ່ຽນ ແລະ ເປັນເອກະພາບການກຳນົດທິດໃຫຍ່ກ່ຽວກັບການສ້າງພື້ນຖານເສດຖະກິດ, ບົດບາດຂອງການຄ້າ, ການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີບັນດາການຮັບປະກັນຍຸດທະສາດ ເພື່ອຊຸກຍູ້ການເຕີບໂຕກວມລວມ, ຍືນຍົງ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

“ຮັບປະກັນຄວາມສະຖຽນລະພາບເພື່ອພັດທະນາການພົວພັນສາກົນ, ການເມືອງໂລກ ແລະ ເສດຖະກິດມະຫາພາກທົ່ວໂລກ. G20 ໄດ້ນຳໜ້າໃນການສ້າງກົນໄກຮ່ວມມືສາກົນ, ເຄົາລົບເຊິ່ງກັນແລະກັນ, ຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາການປະທະກັນ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກແກ່ການພັດທະນາ; ສະກັດກັ້ນຮົ້ວກີດຂວາງດ້ານການຄ້າ, ຫຼຸດຜ່ອນການແບ່ງແຍກລະບົບສະໜອງ; ຊຸກຍູ້ບັນດາຂໍ້ລິເລີມຫັນປ່ຽນໜີ້, ຮັບປະກັນເສດຖະກິດມະຫາພາກທົ່ວໂລກໃຫ້ເປັນປົກກະຕິ”.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ G20 ເພີ່ມທະວີການຮ່ວມມື, ຕໍ່ສູ້ບໍ່ຫັນວິທະຍາສາດ ແລະ ການຄ້າເປັນການເມືອງ, ໜູນຊ່ວຍບັນດາປະເທດພວມພັດທະນາດ້ວຍບັນດານະໂຍບາຍການຄ້າຢ່າງຍຸຕິທຳ, ຜົນປະໂຫຍດກົມກຽວ.


top