ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ນີ້ແມ່ນໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ ເຊິ່ງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກທີ່ກອງປະຊຸມປະຈຳເດືອນ ກຸມພາ ຂອງລັດຖະບານ, ຈັດຂຶ້ນໃນຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊິ່ງໄດ້ເຊື່ອມຕໍ່ທາງໄກກັບສຳນັກງານຄະນະກຳມະການປະຊາຊົນ 34 ແຂວງ, ນະຄອນຂຶ້ນກັບສູນກາງ.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີວ່າ ຕ້ອງສືບຕໍ່ເດັດດ່ຽວ, ເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາມະຕິຫົວເລື່ອງສະເພາະຂອງກົມການເມືອງໃຫ້ມີປະສິດທິຜົນ; ກຳແໜ້ນສະພາບການ, ມີປະຕິກິລິຍາດ້ານນະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:
“ກ່ຽວກັບນະໂຍບາຍເງິນຕາ, ທະນາຄານແຫ່ງລັດໄດ້ປະກາດຢ່າງເປີດເຜີຍເຖິງລະດັບການເຕີບໂຕສິນເຊື່ອຂອງທັງປີ 2026 ແລະ ດັດປັບຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ. ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ນີ້ແມ່ນເປົ້າໝາຍສຳຄັນ ແລະ ລຸລ່ວງທີ່ສຸດ. ເປັນເຈົ້າການໃນການບໍລິຫານ, ຮັກສາດອກເບ້ຍເປັນປົກກະຕິ, ບ້ວງສິນເຊື່ອມີໄຫວພິບ, ປະສົມກົມກຽວ, ເໝາະສົມ”.
ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສຸມໃສ່ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ.








