• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຄະນະທຸຕານຸທູດ ປະຈຳ ຫວຽດນາມ

ໃນວິວັດການປະຕິຮູບກົງຈັກລັດ ແລະ ຫົວໜ່ວຍບໍລິຫານ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາພິເສດຕໍ່ການຮ່ວມມື, ແບ່ງປັນບົດຮຽນ ແລະ ໜູນຊ່ວຍດ້ານເຕັກນິກຈາກບັນດາອົງການສາກົນ, ຄູ່ຮ່ວມມືພັດທະນາ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ)

ວິວັດການຈັດການຜັນຂະຫຍາຍສັບຊ້ອນ, ຫັນກົງຈັກລັດໃຫ້ກະທັດລັດຂອງ ຫວຽດນາມ ໄດ້ດຳເນີນໄປຢ່າງປະຊາທິປະໄຕ, ລະອຽດລະອໍ, ເປີດເຜີຍ, ກະຈ່າງແຈ້ງ, ມີຄວາມເຫັນດີເຫັນພ້ອມສູງຈາກປະຊາຊົນ, ບັນດາຜູ້ໄດ້ຊົມໃຊ້ຜົນງານຂອງການປະຕິຮູບນີ້ໂດຍກົງ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການພົບປະກັບຄະນະທຸຕານຸທູດ ປະຈຳ ຫວຽດນາມ ເພື່ອແຈ້ງຂໍ້ມູນກ່ຽວກັບການສັບຊ້ອນກົງຈັກລັດ ແລະ ຫົວໜ່ວຍບໍລິຫານ, ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ໃນວິວັດການປະຕິຮູບກົງຈັກລັດ ແລະ ຫົວໜ່ວຍບໍລິຫານ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາພິເສດຕໍ່ການຮ່ວມມື, ແບ່ງປັນບົດຮຽນ ແລະ ໜູນຊ່ວຍດ້ານເຕັກນິກຈາກບັນດາອົງການສາກົນ, ຄູ່ຮ່ວມມືພັດທະນາ.

“ນອກຈາກຄວາມມານະພະຍາຍາມຂອງພວກຂ້າພະເຈົ້າແລ້ວ, ແມ່ນຍັງມີການໜູນຊ່ວຍຈາກເພື່ອນມິດສາກົນ ແລະ ພິເສດແມ່ນບັນດາທ່ານທີ່ມີໜ້າຢູ່ ຫວຽດນາມ. ເພື່ອສ້າງປະເທດ ຫວຽດນາມ ໄດ້ຄືໃນປະຈຸບັນ, ນອກຈາກຄວາມມານະພະຍາຍາມເປັນພື້ນຖານ, ແມ່ນຍຸດທະສາດ, ແມ່ນການຕັດສິນຂອງພວກຂ້າພະເຈົ້າແລ້ວນັ້ນ, ແມ່ນບໍ່ອາດຂາດການໜູນຊ່ວຍຈາກເພື່ອນມິດສາກົນໄດ້. ພວກຂ້າພະເຈົ້າກຳນົດແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ”.

ໂດຍຕາງໜ້າຄະນະທຸຕານຸທູດ ປະຈຳ ຮ່າໂນ້ຍ, ທ່ານຮອງຫົວໜ້າຄະນະ, ເອກອັກຄະລັດຖະທູດ ມາຣົກ ປະຈຳ ຫວຽດນາມ Jamale Chouaibi, ຕີລາຄາວ່າ ວຽກງານປະຕິຮູບນີ້ແມ່ນຮອບດ້ານທີ່ສຸດ ດ້ວຍບັນດາເປົ້າໝາຍທີ່ຈະແຈ້ງ, ໄດ້ຮັບຄວາມຕັ້ງຫວັງຈະປັບປຸງປະສິດທິຜົນໂດຍລວມ; ມຸ່ງໄປເຖິງບັນລຸປະສິດທິຜົນ. ທ່ານຢືນຢັນວ່າ, ປະຊາຄົມສາກົນຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ກອງທັບ, ຕຳຫຼວດ ແລະ ຂະແໜງການທູດສວມບົດບາດສຳຄັນພິເສດສຳລັບພາລະກຳຂອງຊາດ

ທ່ານເລຂາທິການໃຫຍ່ ໂຕເລິມ: “ກອງທັບ, ຕຳຫຼວດ ແລະ ຂະແໜງການທູດສວມບົດບາດສຳຄັນພິເສດສຳລັບພາລະກຳຂອງຊາດ”

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ນີ້ແມ່ນບັນດາກຳລັງຫຼັກແຫຼ່ງໃນການປົກປັກຮັກສາ, ສ້າງພື້ນຖານສັນຕິພາບຂອງປະເທດຊາດ, ພ້ອມກັບທົ່ວປວງຊົນປົດປ່ອຍຊາດ

Top