• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຜັນຂະຫຍາຍໂຄງການທາງອ້ອມເລກ 4 ເຂດນະຄອນຫຼວງໃຫ້ໄວທີ່ສຸດ

ວຽກງານບຸກເບີກໜ້າພຽງໄດ້ຜັນຂະຫຍາຍຢ່າງໄວມີຄວາມໝາຍສຳຄັນ, ຕັດສິນໃຈຕໍ່ໂຄງການຄົມມະນາຄົມ. ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍຊົມເຊີຍ 3 ທ້ອງຖິ່ນທີ່ມີໂຄງການໄປຜ່ານ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປກວດກາວຽກງານຜັນຂະຫຍາຍໂຄງການ (ພາບ: TTXVN)  

ຕອນເຊົ້າວັນທີ 27 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປກວດກາວຽກງານຜັນຂະຫຍາຍໂຄງການ ແລະ ບຸກເບີກໜ້າພຽງໂຄງການລົງທຶນກໍ່ສ້າງທາງອ້ອມເລກ 4 - ເຂດນະຄອນຫຼວງ ຮ່າໂນ້ຍ. ດ້ວຍຄວາມຍາວທັງໝົດ 112,8 ກມ.

ປະຈຸບັນ, ໂຄງການດັ່ງກ່າວໄດ້ສຳເລັດໜ້າວຽກບຸກເບີກໜ້າພຽງໄດ້ມອບໃຫ້ບັນດາທ້ອງຖິ່ນດ້ວຍເນື້ອທີ່ມີລວງຍາວທັງໝົດ 58,2 ກມ ໃນບໍລິເວນນະຄອນ ຮ່າໂນ້ຍ.

ເມື່ອລົງກວດກາຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ວຽກງານບຸກເບີກໜ້າພຽງໄດ້ຜັນຂະຫຍາຍຢ່າງໄວມີຄວາມໝາຍສຳຄັນ, ຕັດສິນໃຈຕໍ່ໂຄງການຄົມມະນາຄົມ. ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍຊົມເຊີຍ 3 ທ້ອງຖິ່ນທີ່ມີໂຄງການໄປຜ່ານແມ່ນ ຮ່າໂນ້ຍ, ບັກນິງ, ຮືງອຽນ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການບຸກເບີກໜ້າພຽງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສະພາມອບ-ຮັບ, ບັນດາອົງການທີ່ກ່ຽວຂ້ອງ ຮີບເຮັ່ງສຸມໃສ່ເປັນຢ່າງສູງທີ່ສຸດ, ໃຫ້ບຸລິມະສິດແກ່ການກໍ່ສ້າງທາງ, ເພື່ອຫຼຸດຜ່ອນສະພາບລົດຕິດໂດຍໄວ ພ້ອມທັງເປີດເຂດພັດທະນາໃໝ່.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top