• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມວັນບຸນປູກຕົ້ນໄມ້ ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ເຂົ້າຮ່ວມພິທີປຸກລະດົມພິທີວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ ຢູ່ເຂດປູຊະນີຍະສະຖານ K9 - ດາຈົງ, ບາວີ, ຮ່າໂນ້ຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ  

ເນື່ອງໃນໂອກາດບຸນເຕັດປີແມວ 2023, ຕອນເຊົ້າວັນທີ 27 ມັງກອນ (ກົງກັບວັນທີ 6 ເດືອນ ຈຽງ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ເຂົ້າຮ່ວມພິທີປຸກລະດົມພິທີວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ ຢູ່ເຂດປູຊະນີຍະສະຖານ K9 - ດາຈົງ, ບາວີ, ຮ່າໂນ້ຍ.

ກ່າວຄຳເຫັນທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ - ລະດູບານໃໝ່ປີແມວ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ກ່ອນນີ້ 64 ປີ, ປະທານ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຖ້ວນໜ້າສະໜັບສະໜູນເດືອນປູກຕົ້ນໄມ້: “ເພື່ອຜົນປະໂຫຍດ 10 ປີແມ່ນປູກຕົ້ນໄມ້”. ນັບແຕ່ນັ້ນມາຮອດປະຈຸບັນ, “ວັນບຸນປູກຕົ້ນໄມ້” ໄດ້ກາຍເປັນມູນເຊື້ອອັນດີງາມຂອງປະຊາຊົນໃນໂອກາດລະດູບານໃໝ່ວຽນມາ. ມາຮອດປະຈຸບັນ, ມີປ່ານັບລ້ານເຮັກຕາ, ຕົ້ນໄມ້ນັບຮ້ອຍລ້ານຕົ້ນໄດ້ປູກໃນທົ່ວທຸກແຫ່ງຂອງປະເທດ.

 ພາຍຫຼັງພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ບັນດາຜູ້ແທນ, ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ແລະ ປະຊາຊົນທຸກຊັ້ນວັນນະໄດ້ປູກຕົ້ນໄມ້ 3.000 ຕົ້ນຢູ່ເຂດປູຊະນີຍະສະຖານ K9 - ດາຈົງ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top