• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບຫຼາຍຝ່າຍ, ຕັ້ງໜ້າເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ຊຸງປົວ. (ພາບ: TTXVN)

ວັນທີ 24 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ຊຸງປົວ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບຫຼາຍຝ່າຍ, ຕັ້ງໜ້າເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ; ຫວຽດນາມ ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານຄືນປະເທດອື່ນ.

        ທ່ານນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານຈີນ ໄດ້ຊ່ວຍເຫຼືອວັກຊິນຈຳນວນ 2 ລ້ານໂດສຕື່ມອີກໃຫ້ແກ່ຫວຽດນາມ, ພ້ອມທັງປາດຖະໜາວ່າ ຈີນ ສືບຕໍ່ໜູນຊ່ວຍວັກຊິນ, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ ແລະ ຢາປິ່ນປົ່ວໂຄວິດ-19, ແລກປ່ຽນນັກຊ່ຽວຊານດ້ານການແພດ, ແບ່ງປັນແຜນປິນປົວ, ບົດຮຽນໃນການປ້ອງກັນ ຕ້ານໂລກລະບາດກັບຫວຽດນາມ. ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍມານະພະຍາຍາມແກ້ໄຂບັນຫາວົງເງິນນຳເຂົ້າເກີນດຸນຂອງຫວຽດນາມ, ສ້າງຄວາມສະດວກກ່ຽວກັບການຈໍລະຈອນສິນຄ້າ, ເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ ເຂົ້າຕະຫຼາດຈີນ.

        ກ່ຽວກັບບັນຫາທາງທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, 2 ຝ່າຍຕ້ອງມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາຄວາມບໍ່ລົງລອຍກັນທາງທະເລໂດຍອີງຕາມຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານການຊີ້ນຳແກ້ໄຂບັນດາບັນຫາທາງທະເລ ແລະ ເຄົາລົບກົດໝາຍສາກົນ, ມານະພະຍາຍາມພ້ອມກັບອາຊຽນ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ, ເຂັ້ມງວດ, ຊຸກຍູ້ການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມິປະສິດທິຜົນ, ແທດຈິງ.

        ສ່ວນທ່ານເອກອັກຄະລັດຖະທູດຈີນ ຊຸງປົວ ຢືນຢັນວ່າ, ພັກ ແລະ ລັດຖະບານຈີນ ຖືເປັນສຳຄັນການພົວພັນກັບຫວຽດນາມ; ທ່ານໃຫ້ຮູ້ວ່າ ຈີນ ພ້ອມແລ້ວຈະພິຈາລະນາເລື່ອງສືບຕໍ່ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ; ປາດຖະໜາຢາກພ້ອມກັບຫວຽດນາມ ຄວບຄຸມຄວາມບໍ່ລົງລອຍກັນ, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນໂດຍອີງຕາມຄວາມຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top