• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ກຳລັງແພດໝໍໄດ້ປະກອບສ່ວນສຳຄັນທີ່ສຸດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ພັກ, ລັດ, ປະເທດມີຄວາມເຂົ້າໃຈສິ່ງທີ່ແພດໝໍໄດ້ເຮັດໃນຕະຫອດ 2 ປີຜ່ານມາ, ພິເສດແມ່ນການແຜ່ລະບາດຄັ້ງທີ 4 ຢ່າງຮ້າຍແຮງຍ້ອນໂລກລະບາດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ພົບປະກັບກຳລັງແພດໝໍ. (ພາບ: VGP)

ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ພົບປະກັບກຳລັງແພດໝໍແນວໜ້າດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນເປີດສາກການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ພັກ, ລັດ, ປະເທດມີຄວາມເຂົ້າໃຈສິ່ງທີ່ແພດໝໍໄດ້ເຮັດໃນຕະຫອດ 2 ປີຜ່ານມາ, ພິເສດແມ່ນການແຜ່ລະບາດຄັ້ງທີ 4 ຢ່າງຮ້າຍແຮງຍ້ອນໂລກລະບາດ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງປະຊາຊົນ, ກຳລັງແພດໝໍ ໄດ້ປະກອບສ່ວນສຳຄັນທີ່ສຸດ, ແມ່ນກຳລັງແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມກັບກອງທັບ, ຕຳຫຼວດ ແລະ ກຳລັງອື່ນໆ. ໂລກລະບາດຍັງຈະຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ ແລະ ອາດຈະແຜ່ລະບາດຮອບໃໝ່, ບັນດາໄວຣັດສາຍພັນໃໝ່ຕື່ມອີກ, ສະນັ້ນບໍ່ໄດ້ຂາດຄວາມລະມັດລະວັງ, ປະໝາດ.

        ກໍ່ທີ່ການພົບປະ, ບັນດາອົງການຈັດຕັ້ງໄດ້ຈັດການຍ້ອງຍໍຊົມເຊີຍ, ລະດົມກຳລັງໃຈບາງໝູ່ຄະນະ, ສ່ວນບຸກຄົນດີເດັ່ນທີ່ມີຜົນງານຫຼາຍຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top