• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ

ບັກນິງ ຕ້ອງນຳໃຊ້ບັນດາຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າແຮງແກ່ງແຍ້ງຂອງແຂວງຢ່າງສຸດຂີດ ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ (ພາບ: VGP)

ຕອນບ່າຍວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ບັກນິງ ເພື່ອຕີລາຄາສະພາບການ, ໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະຜ່ານມາ ແລະ ວາງອອກທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ບັກນິງ ຕ້ອງນຳໃຊ້ບັນດາຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າແຮງແກ່ງແຍ້ງຂອງແຂວງຢ່າງສຸດຂີດ  ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີວ່າ ບັກນິງ ເອົາໃຈໃສ່ລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ສຸມແຫຼ່ງກຳລັງໃຫ້ແກ່ໂຄງການເສັ້ນທາງອ້ອມຮອບເລກ 4 ເຂດນະຄອນຫຼວງ ຕອນໄປຜ່ານບໍລິເວນແຂວງ ແລະ ບັນດາໂຄງການຈຸດສຸມຂອງແຂວງ; ພ້ອມທັງ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ.

ຕອນເຊົ້າວັນດ່ຽວກັນ, ຢູ່ແຂວງ ບັກນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາເສັ້ນທາງແຂວງ ມີລວງຍາວປະມານ 20 ກມ, ເຊື່ອມຕໍ່ເຂດທິດຕາເວັນອອກສ່ຽງເໜືອຂອງແຂວງ ບັກນິງ ເຊື່ອມຕໍ່ກັບລະບົບທາງຫຼວງໃນບໍລິເວັນແຂວງ, ສ້າງຄວາມສະດວກທາງຄົມມະນາຄົມກັບເຂດນະຄອນຫຼວງ ຮ່າໂນ້ຍ, ຄື: ແຂວງ ບັກຢາງ, ທາຍງວຽນ…

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກເຖິງຄວາມສຳຄັນຂອງການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ເຊິ່ງແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດເຊິ່ງໄດ້ກຳນົດນັບແຕ່ກອງປະຊຸມສະໄໝສາມັນຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ມາຮອດປະຈຸບັນ, ໃນສະພາບທີ່ແຂວງ ບັກນິງ ພວມມານະພະຍາຍາມສູ້ຊົນກາຍເປັນນະຄອນຂຶ້ນກັບສູນກາງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງ, ບັນດານັກຮັບເໝົາ ມານະພະຍາຍາມກໍ່ສ້າງສຳເລັດໂຄງການໃນເດືອນທັນວາ 2024, ມານະພະຍາຍາມກໍ່ສ້າງສຳເລັດກ່ອນເວລາກຳນົດ 1 ປີ ເມື່ອທຽບໃສ່ແຜນການເຊິ່ງແຂວງ ໄດ້ວາງອອກ ເພື່ອສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງບັນດາເສັ້ນທາງແຂວງ)

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບບໍລິສັດ Samsung Electronics Vietnam ຈຳກັດ (SEV). ທ່ານນາຍົກລັດຖະມົນຕີປາດຖະໜາວ່າ Samsung ສືບຕໍ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ ຫວຽດນາມ; ປະກອບສ່ວນຍົກສູງກຳລັງຄຸ້ມຄອງທັນສະໄໝໃຫ້ແກ່ ຫວຽດນາມ ກໍ່ຄືແຂວງ ບັກນິງ; ພ້ອມກັນນັ້ນເນັ້ນໜັກວ່າ ລັດຖະບານໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Samsung ສືບຕໍ່ລົງທຶນດຳເນີນທຸລະກິດບັນລຸປະສິດທິຜົນ ແລະ ພັດທະນາແບບຍືນຍົງຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top