ຕອນບ່າຍ 28 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານການສົນທະນາກັບບັນດາວິສາຫະກິດ ຈີນ. ນີ້ແມ່ນການສົນທະນາຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບປະຊາຄົມວິສາຫະກິດຕ່າງປະເທດໃນປີ 2025.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, 2 ພັກ, 2 ລັດບໍ່ມີເປົ້າໝາຍອື່ນແມ່ນການພັດທະນາປະເທດໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ຈີນ ຕັ້ງໜ້າຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ, ໜູນຊ່ວຍ ຫວຽດນາມ ຈາກວິສາຫະກິດຂະໜາດນ້ອຍໃຫ້ກາຍເປັນວິສາຫະກິດໃຫຍ່, ມີລະດັບເຕັກໂນໂລຊີພັດທະນາ, ເຂົ້າຮ່ວມບັນດາມູນຄ່າທົ່ວໂລກ; ເປີດກວ້າງຂອບເຂດການລົງທຶນ, ລົງທຶນເຂົ້າບັນດາກຳລັງໜູນເຕີບໂຕ, ຄື: ການລົງທຶນ, ສົ່ງອອກ, ບັນດາຂະແໜງຫາກໍ່ພົ້ນເດັ່ນ, ຄື: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI)…
ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະ ແມ່ນສະຖານທີ່ລົງທຶນດຶງດູດໃຈໃນໂລກ, ເປັນຕ່ອງໂສ້ສຳຄັນໃນລະບົບສະໜອງທົ່ວໂລກ. ບັນດາວິສາຫະກິດ ຈີນ ປາດຖະໜາຢາກເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.








