ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບບັນດາມາດຕະການຫລຸດຜ່ອນອັດຕາດອກເບ້ຍເງິນກູ້, ສະພາບການເຄື່ອນໄຫວຂອງຕະຫຼາດ ພັນທະບັດວິສາຫະກິດ
ຕອນເຊົ້າວັນທີ 25 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມປະຈຳຂອງລັດຖະບານກັບບັນດາກະຊວງ, ຂະແໜງການກ່ຽວກັບບັນດາມາດຕະການຫລຸດຜ່ອນອັດຕາດອກເບ້ຍເງິນກູ້, ສະພາບການເຄື່ອນໄຫວຂອງຕະຫຼາດພັນທະບັດ ວິສາຫະກິດ ແລະ ບັນດາມາດຕະການໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອໃຫ້ເສດຖະກິດຟື້ນຟູໄວ ແລະ ພັດທະນາແບບຍືນຍົງ, ຫວຽດນາມ ຕ້ອງຕີລາຄາ, ຍົກອອກບັນດາເປົ້າໝາຍ, ໜ້າທີ່, ມາດຕະການໃຫ້ເໝາະສົມ,ໃນນັ້ນ, ສືບຕໍ່ໜູນຊ່ວຍວິສາຫະກິດ, ປະຊາຊົນ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ. ລັດຖະບານໄດ້ມີຫຼາຍການຊີ້ນຳ, ປະກາດໃຊ້ມະຕິຫຼາຍສະບັບກ່ຽວກັບບາງນະໂຍບາຍ, ມາດຕະການຈຸດສຸມໜູນຊ່ວຍ ວິສາຫະກິດເປັນເຈົ້າການປັບຕົວ, ຟື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:
“ກ່ອນອື່ນໝົດ, ພວກເຮົາຕ້ອງນຳໃຊ້ບັນດາເຄື່ອງມືຂອງລັດ ແລະ ທະນາຄານເພື່ອສືບຕໍ່ປຸກລຸກກຳລັງແຮງລວມຂອງປະເທດ ເພື່ອການພັດທະນາເວົ້າລວມ, ພິເສດແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກໃນໄລຍະນີ້. ຄວນມີບັນດາກົນໄກເພື່ອລະດົມແຫຼ່ງກຳລັງໂດຍກົງ ເຂົ້າໃນບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງອະສັງຫະລິມະຊັບ, ການສຳຜັດທຶນຮອນ, ນຳໃຊ້ທຶນຂອງວິສາຫະກິດ. ຂ້າພະເຈົ້າຖືວ່າ: ກົນໄກ, ນະໂຍບາຍແມ່ນລະດົມແຫຼ່ງກຳລັງ, ກົນໄກນະໂຍບາຍ ແມ່ນສ້າງກຳລັງໜູນ ແລະ ຖືເອົາການລົງທຶນຂອງລັດເພື່ອພາທາງໃຫ້ແກ່ການລົງທຶນພາກເອກະຊົນ, ເອົາແຫຼ່ງກຳລັງຂອງລັດ ເພື່ອຊຸກຍູ້ ແລະ ລະດົມທຸກແຫຼ່ງກຳລັງໃນສັງຄົມ”.