ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບບັນດາມາດຕະການຫລຸດຜ່ອນອັດຕາດອກເບ້ຍເງິນກູ້, ສະພາບການເຄື່ອນໄຫວຂອງຕະຫຼາດ ພັນທະບັດວິສາຫະກິດ

ເພື່ອໃຫ້ເສດຖະກິດຟື້ນຟູໄວ ແລະ ພັດທະນາແບບຍືນຍົງ, ຫວຽດນາມ ຕ້ອງຕີລາຄາ, ຍົກອອກບັນດາເປົ້າໝາຍ, ໜ້າທີ່...
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:VOV)  

ຕອນເຊົ້າວັນທີ 25 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມປະຈຳຂອງລັດຖະບານກັບບັນດາກະຊວງ, ຂະແໜງການກ່ຽວກັບບັນດາມາດຕະການຫລຸດຜ່ອນອັດຕາດອກເບ້ຍເງິນກູ້, ສະພາບການເຄື່ອນໄຫວຂອງຕະຫຼາດພັນທະບັດ ວິສາຫະກິດ ແລະ ບັນດາມາດຕະການໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອໃຫ້ເສດຖະກິດຟື້ນຟູໄວ ແລະ ພັດທະນາແບບຍືນຍົງ, ຫວຽດນາມ ຕ້ອງຕີລາຄາ, ຍົກອອກບັນດາເປົ້າໝາຍ, ໜ້າທີ່, ມາດຕະການໃຫ້ເໝາະສົມ,ໃນນັ້ນ, ສືບຕໍ່ໜູນຊ່ວຍວິສາຫະກິດ, ປະຊາຊົນ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ. ລັດຖະບານໄດ້ມີຫຼາຍການຊີ້ນຳ, ປະກາດໃຊ້ມະຕິຫຼາຍສະບັບກ່ຽວກັບບາງນະໂຍບາຍ, ມາດຕະການຈຸດສຸມໜູນຊ່ວຍ ວິສາຫະກິດເປັນເຈົ້າການປັບຕົວ, ຟື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

“ກ່ອນອື່ນໝົດ, ພວກເຮົາຕ້ອງນຳໃຊ້ບັນດາເຄື່ອງມືຂອງລັດ ແລະ ທະນາຄານເພື່ອສືບຕໍ່ປຸກລຸກກຳລັງແຮງລວມຂອງປະເທດ ເພື່ອການພັດທະນາເວົ້າລວມ, ພິເສດແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກໃນໄລຍະນີ້. ຄວນມີບັນດາກົນໄກເພື່ອລະດົມແຫຼ່ງກຳລັງໂດຍກົງ ເຂົ້າໃນບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງອະສັງຫະລິມະຊັບ, ການສຳຜັດທຶນຮອນ, ນຳໃຊ້ທຶນຂອງວິສາຫະກິດ. ຂ້າພະເຈົ້າຖືວ່າ: ກົນໄກ, ນະໂຍບາຍແມ່ນລະດົມແຫຼ່ງກຳລັງ, ກົນໄກນະໂຍບາຍ ແມ່ນສ້າງກຳລັງໜູນ ແລະ ຖືເອົາການລົງທຶນຂອງລັດເພື່ອພາທາງໃຫ້ແກ່ການລົງທຶນພາກເອກະຊົນ, ເອົາແຫຼ່ງກຳລັງຂອງລັດ ເພື່ອຊຸກຍູ້ ແລະ ລະດົມທຸກແຫຼ່ງກຳລັງໃນສັງຄົມ”.

ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາທະນາຄານການຄ້າແຫ່ງລັດ ຕ້ອງເຂົ້າຮ່ວມການນຳພາຕະຫຼາດການເງິນ, ໜູນຊ່ວຍພື້ນຖານເສດຖະກິດພັດທະນາ. ໃນນັ້ນ, ສືບຕໍ່ຫຼຸດອັດຕາດອກເບ້ຍໃນການລະດົມ ແລະ ອັດຕາດອກເບ້ຍເງິນກູ້ໃຫ້ແກ່ປະຊາຊົນ, ວິສາຫະກິດ; ເພີ່ມທະວີການເຂົ້າເຖິງແຫຼ່ງທຶນ, ລະດົມທຶນຈາກປະຊາຊົນ ແລະ ວິສາຫະກິດ; ມີນະໂຍບາຍໜູນຊ່ວຍອັດຕາດອກເບ້ຍສຳລັບແຕ່ລະເປົ້າໝາຍລະອຽດ; ປະກອບສ່ວນຊຸກຍູ້ການຜະລິດ, ດຳເນີນທຸລະກິດ; ຊຸກຍູ້ 3 ກຳລັງໜູນການເຕີບໂຕ ນັ້ນແມ່ນ ການບໍລິໂພກ, ອຸປະໂພກການສົ່ງອອກ ແລະ ການລົງທຶນ.

top