• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມລາຍການ “ຂີດໝາຍ Techfest 2023”

ເຫດການສຳຄັນນີ້ສະແດງໃຫ້ເຫັນສານ ຂອງລັດຖະບານແມ່ນຍູ້ແຮງວິສາຫະກິດເລີ່ມທຸລະກິດ, ນະວັດຕະກຳ ຢ່າງກວມລວມ, ຮອບດ້ານ, ມຸ່ງໄປເຖິງເລື່ອງນຳ ຫວຽດນາມ ໃຫ້ກາຍເປັນສູນປະດິດສ້າງຂອງພາກພື້ນ ແລະ ໂລກ.
(ລາຍການ “ຂີດໝາຍ Techfest 2023”)

ຕອນບ່າຍວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ “ຂີດໝາຍ Techfest 2023”.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ເຫດການສຳຄັນນີ້ສະແດງໃຫ້ເຫັນສານຂອງລັດຖະບານແມ່ນ ຍູ້ແຮງວິສາຫະກິດເລີ່ມທຸລະກິດ, ນະວັດຕະກຳຢ່າງກວມລວມ, ຮອບດ້ານ, ມຸ່ງໄປເຖິງເລື່ອງນຳ ຫວຽດນາມ ໃຫ້ກາຍເປັນສູນປະດິດສ້າງຂອງພາກພື້ນ ແລະ ໂລກ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ 4 ຂົງເຂດບຸລິມະສິດຕົ້ນຕໍຄື: ການເລີ່ມທຸລະກິດ, ນະວັດຕະກຳດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມປອດໄດທາງເຄືອຂ່າຍ ອິນເຕີເນັດ, ການບໍລິການດີຈີຕອນ; ເລີ່ມທຸລະກິດ, ນະວັດຕະກໍາເຕັກໂນໂລຊີການແພດ, ການສຶກສາ; ການເລີ່ມທຸລະກິດ, ນະວັດຕະກໍາດ້ານເຕັກໂນໂລຊີສິ່ງແວດລ້ອມ ແລະ ພະລັງງານ; ການເລີ່ມທຸລະກິດ ແລະ ນະວັດຕະກໍາໃນການພັດທະນາເສດຖະກິດກະສິກໍາເຕັກໂນໂລຊີສູງ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຄົມເລີ່ມທຸກະກິດ, ນະວັດຕະກຳ, ໂດຍສະເພາະແມ່ນລຸ້ນໜຸ່ມ, ຕ້ອງສືບຕໍ່ເສີມຂະຫຍາຍຄຸນນະທາດ, ພູມປັນຍາ ຫວຽດນາມ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ທ້າທາຍ, ກ້າຄິດກ້າທຳ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top