• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມນິວຊີແລນ, ສອງຝ່າຍອອກຖະແຫຼງຂ່າວຮ່ວມ

ໃນຖະແຫຼງຂ່າວ, ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນຄືນໃໝ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ໜັກແໜ້ນລະຫວ່າງ ຫວຽດນາມ ແລະ ນິວຊີແລນ, ຊຶ່ງໄດ້ຮັບການປັບປຸງດ້ວຍການພົວພັນແລກປ່ຽນປະຊາຊົນຢ່າງແຮງ ແລະ ການຮ່ວມມືແໜ້ນແຟ້ນໃນບັນດາຂົງເຂດ ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ແຮງງານ, ວິທະຍາສາດ ແລະ ເຕັກໂນໂລຊີ.
ສອງຝ່າຍໄດ້ອອກຖະແຫຼງຂ່າວຮ່ວມ (ພາບ:VGP/Nhật Bắc)

ຕອນຄ່ຳວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ນິວຊີແລນ ກັບເມືອປະເທດ.

ເນື່ອງໃນໂອກາດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການແຕ່ວັນທີ 9 – 11 ມີນາ 2024 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ວັນທີ 11 ມີນາ, ຫວຽດນາມ ແລະ ນິວຊີແລນ ໄດ້ອອກຖະແຫຼງຂ່າວຮ່ວມ.

ໃນຖະແຫຼງຂ່າວ, ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນຄືນໃໝ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ໜັກແໜ້ນລະຫວ່າງ ຫວຽດນາມ ແລະ ນິວຊີແລນ, ຊຶ່ງໄດ້ຮັບການປັບປຸງດ້ວຍການພົວພັນແລກປ່ຽນປະຊາຊົນຢ່າງແຮງ ແລະ ການຮ່ວມມືແໜ້ນແຟ້ນໃນບັນດາຂົງເຂດ ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ແຮງງານ, ວິທະຍາສາດ ແລະ ເຕັກໂນໂລຊີ. ນາຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລືບັນດາໂອກາດເພີ່ມທະວີວົງເງິນການຄ້າສອງສົ້ນໂດຍໄວ, ມຸ່ງໄປເຖິງເປົ້າໝາຍ 3 ຕື້ໂດລາສະຫະລັດໃນປີ 2026 ຜ່ານການເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການຄ້າ, ປະຕິບັດບັນດາສັນຍາການຄ້າເສລີທີ່ມີຢູ່ແລ້ວ, ພ້ອມທັງຄົ້ນຄ້ວາບັນດາມາດຕະການເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນສອງສົ້ນ.

ນາຍົກລັດຖະມົນຕີ ສອງທ່ານໄດ້ຊົມເຊີຍແຜນການຮ່ວມມືຍຸດທະສາດກ່ຽວກັບການສຶກສາ ຫວຽດນາມ- ນິວຊີແລນ ໄລຍະ 2023 – 2026, ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືຮ່ວມສຳພັນລະຫວ່າງບັນດາຮາກຖານການບຳລຸງສ້າງຂັ້ນມະຫາວິທະຍາໄລລະຫວ່າງສອງປະເທດ, ໜູນຊ່ວຍ ຫວຽດນາມ ປະຕິຮູບບັນດາຮູບແບບການສຶກສາຜ່ານບັນດາພາຫະນະດີຈີຕອນ, ກໍ່ຄືສ້າງເຄືອຂ່າຍອະດິດນັກສຶກສາ…

ກໍ່ກຽວຂ້ອງເຖິງການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ (5 – 11 ມີນາ) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສິ້ນສຸດລົງຢ່າງຈົບງາມ, ບັນລຸຜົນສຳເລັດໃນທຸກຂົງເຂດ. ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃນວັນທີ 11 ມີນາ, ໃນການຕອບສຳພາດຂອງສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ.

ກ່ຽວກັບການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມສຸດຍອດ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຊີ້ແຈ້ງບັນດາບົດຄຳເຫັນຮອບດ້ານ, ລະດັບຍຸດທະສາດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊຶ່ງໄດ້ບັນດາປະເທດຕີລາຄາສູງ, ທັງຕີລາຄາຖືກລະດັບການພົວພັນ ອາຊຽນ - ອົດສະຕາລີ ໃນ 50 ປີຜ່ານມາ, ທັງສະເໜີວິໄສທັດ, ກຳນົດທິດອະນາຄົດ ແລະ ບັນດາຂໍ້ສະເໜີ, ຂໍ້ລິເລີ່ມຊຸກຍູ້ການພົວພັນໃນໄລຍະຈະມາເຖິງ. ການເຂົ້າຮ່ວມຂອງ ຫວຽດນາມ ທີ່ກອງປະຊຸມໄດ້ປະກອບສ່ວນຍົກສູງບົດບາດຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອົດສະຕາລີ, ພ້ອມທັງຮັບຮອງເອົາ ອາຊຽນ ຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນກ່ວາໃນໄລຍະຈະມາເຖິງ.

ສຳລັບໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ການຢ້ຽມຢາມສອງປະເທດ ບັນລຸໄດ້ຜົນສຳເລັດໃນທຸກດ້ານ, ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ. ທັງ ອົດສະຕາລີ ແລະ ນິວຊີແລນ ລ້ວນແຕ່ຕີລາຄາທີ່ຕັ້ງບົດບາດ ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ຢູ່ໃນໂລກ; ເຫັນດີເປັນເອກະພາບສືບຕໍ່ຮ່ວມມ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top