• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະທານ ສະພາຊຸກຍູ້ການທູດປະຊາຊົນ ແລະ ປະທານອົງການຮ່ວມມືສາກົນ ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຊົມເຊີຍ FEC ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ໃຫ້ແກ່ ຫວຽດນາມ, ມີການປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນຕໍ່ການພັດທະນາການພົວພັນສອງປະເທດ.
ທ່ານປະທານ FEC Ken Matsuzawa ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິ ງຈິງ (ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 18 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ ຂອງປະເທດ ຍີ່ປຸ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການເຮັດວຽກກັບສະພາຊຸກຍູ້ການທູດປະຊາຊົນ ຍີ່ປຸ່ນ (FEC) ໂດຍທ່ານ Ken Matsuzawa ເປັນປະທານ.

ທ່ານນາຍົກລັດຖະມົນຕີ ຊົມເຊີຍ FEC ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ໃຫ້ແກ່ ຫວຽດນາມ, ມີການປະກອບສ່ວນທີ່ແທດຈິງ, ມີປະສິດທິຜົນຕໍ່ການພັດທະນາການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ: ທ່ານປະທານ FEC Ken Matsuzawa ພ້ອມກັບ FEC ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນເສດຖະກິດ; ຊຸກຍູ້ການພົວພັນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ, ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

ທ່ານປະທານ FEC Ken Matsuzawa ຕີລາຄາວ່າ: ໄລຍະມໍ່ໆມານີ້, ຫວຽດນາມ ພົ້ນເດັ່ນຂຶ້ນແມ່ນປະເທດມີບົດບາດ, ທີ່ຕັ້ງສຳຄັນດ້ານການເມືອງ, ເສດຖະກິດ, ການທູດ… ໃນພາກພື້ນ ແລະ ໃນໂລກ, ໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ…

 ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Tanaka Akihiko.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະແດງຄວາມຂອບອົກຂອບໃຈ JICA ທີ່ໄດ້ສົມທົບກັບ ຫວຽດນາມ ຜັນຂະຫຍາຍລະບຽບການກ່ຽວກັບບ້ວງເງິນໜູນຊ່ວຍພັດທະນາທາງການ (ODA) ລຸ້ນໃໝ່ມີມູນຄ່າ 50 ຕື້ ເຢນ (351,4 ລ້ານ ໂດລາສະຫະລັດ) ແລະ ບັນດາໂຄງການ ODA ໃນໄລຍະຜ່ານມາ, ນຳ ຍີ່ປຸ່ນ ກາຍເປັນປະເທດສະໜອງທຶນ ODA ຫຼາຍອັນດັບ 1 ຢູ່ ຫວຽດນາມ.

ໂດຍມີຄວາມເຫັນດີເຫັນພ້ອມຢ່າງສູງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານ JICA Tanaka Akihiko ໃຫ້ຮູ້ວ່າ: ຈະສົມທົບກັນຢ່າງແໜ້ນແຟ້ນກັບ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ເພື່ອຜັນຂະຫຍາຍການຮ່ວມມືຕາມບັນດາບຸລິມະສິດເຊິ່ງ ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງ, ພ້ອມກັນແກ້ໄຂບັນດາສິ່ງຄົງຄ້າງທີ່ເກີດຂຶ້ນໃນວິວັດການຜັນຂະຫຍາຍບັນດາໂຄງການລະອຽດ.

(ແຫຼ່ງຄັດຈາກ VOV)

ວາ​ລະ​ປະຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

ວາ​ລະ​ປະຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

ກອງປະຊຸມໃຫຍ່ໄດ້ສະຫງວນໜຶ່ງນາທີອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາກຳມະການ ຄະນະບໍລິຫານງານສູນສູນກາງພັກ ຊຸດທີ XIII ທີ່ໄດ້ເຖິງແກ່ມໍລະນະກຳ ໃນສະໄໝທີ XIII.

Top